อโกด้า (Agoda) คือเว็บไซต์จองโรงแรมที่ใหญ่ที่สุดในโลกโดยมีโรงแรม 1,391,079 แห่ง มากกว่า 15 ล้านรีวิว

วันจันทร์ที่ 10 ธันวาคม พ.ศ. 2561

ສະຖານທີ່ທ່ອງທ່ຽວ ແຂວງສະຫວັນນະເຂດ #2

ສະຖານທີ່ທ່ອງທ່ຽວ ແຂວງສະຫວັນນະເຂດ #2
ສະຫວັນນະເຂດຜືນແຜ່ນດິນຄຳ 
ພະທາດອີງຮັງສະຖານບູຮານງາມສະຫງ່າ
ສັດໂລກໄດໂນເສົາຮ້ອຍລ້ານປີ 
ປະເພນີວັດທະນະທຳລ້ຳເລີດ 
ກຳເນີດຂັບລຳ 4 ຈັງຫວະ


ທາດອິງຮັງ 

ຫຼື ຄົນທົ່ວໄປມັກຮ້ອງວ່າ ອິນຮັງ ເປັນປູຊະນິຍະສະຖານເກົ່າແກ່ທີ່ສັກສິດ ແລະ ສຳຄັນ ເປັນທີ່
ເຊີດໜ້າຊູຕາທາງວັດທະນະທຳຂອງແຂວງສະຫວັນນະເຂດ ພຣະທາດໜ່ວຍນີ້ຖືກສະຫຼັກດ້ວຍລວດລາຍສິລະປະກຳສະໄໝບູຮານ ແລະ ຮັກສາໄວ້ ໂດຍບໍ່ຖືກທຳລາຍຈາກອຳນາດ ຫຼື ອິດທິພົນໃດຈັກເທື່ອ ນອກຈາກການເວລາເທົ່ານັ້ນ ແຕ່ກໍຖືກປະຕິສັງຂອນມາແລ້ວຫຼາຍຄັ້ງ.
ພຣະທາດນີ້ຖືກສ້າງສະໄໝອານາຈັກສີໂຄດຕະບອງ (ປະມານສະຕະວັດທີ 6) ໂດຍພຣະເຈົ້າສຸມິນທະຣາຊ ຣາຊາ
ແຫ່ງອານາຈັກສີໂຄດຕະບອງ ຊຶ່ງຖືກວາງຮາກຖານຈາກການແນະນຳຂອງພຣະເຖຣະ (ຄູບາອາຈານ) ຊາວອິນເດຍ
ເພື່ອເປັນເຄື່ອງໝາຍເຖິງການສະເດັຈປະລິນິພານຂອງພຣະພຸດທະເຈົ້າທີ່ປ່າໄມ້ຮັງ ເມືອງກຸລິນາຣາຍ ປະເທດອິນເດຍເມື່ອສ້າງສຳເລັດ ເພິ່ນໄດ້ນຳເອົາກະດູກພຣະພຸດທະເຈົ້າມາໃສ່ໄວ້ ແຕ່ໜັງສືອຸລັງຄະທາດກ່າວວ່າ ສ້າງຂຶ້ນເພື່ອເປັນເຄື່ອງໝາຍສະຖານທີ່ບ່ອນນັ່ງຂອງພຣະພຸດທະເຈົ້າຄາວເພິ່ນມາຢ້ຽມຢາມພຣະຍາສີໂຄດຕະບອງ ແຕ່ຄວາມຈິງຄົງຈະມີຈຸດປະສົງເພື່ອໃຫ້ປະຊາຊົນເຫັນຄວາມສຳຄັນຂອງພຣະທາດອົງນີ້.

ໃນລະຫວ່າງຂະເໝນມີອຳນາດພຣະທາດໜ່ວຍນີ້ ຖືກດັດແປງໃຫ້ເປັນເທວະສະຖານຂອງຊາວຮີນດູ ແລະ ໄດ້
ເສີມສ້າງຕໍ່ຂຶ້ນໄປຕື່ມ ຊຶ່ງລິງລາຍຕົບແຕ່ງອອກມາໃນລັກສະນະຂອງຮີນດູ ໂດຍສະເພາະເລື່ອງເມຖຸນສັງວາດ ແລະ
ອື່ນໆ ຈາກນັ້ນພຣະທາດອິງຮັງ ກໍ່ຕົກຢູ່ໃຕ້ອິດທິພົນຂອງຜູ້ສືບຣາຊະການສະໄໝຕ່າງໆ.ໃນປີ ຄ.ສ 1349
ພຣະຍາຟ້າງຸ່ມ ຜູ້ທ້ອນໂຮມແຜ່ນດິນລ້ານຊ້າງ ໄດ້ຍົກທັບມາຢຶດເອົາຫົວເມືອງຕ່າງໆ ເລື່ອງຂອງພຣະທາດຈຶ່ງຖືກມອບໝາຍໃຫ້ເຈົ້າເມືອງທີ່ປົກຄອງເປັນຜູ້ບູລະນະສ້ອມແປງຮັກສາ
ພໍມາເຖິງສະໄໝສົມເດັຈໂພທິສາຣາຊ ພຣະເຈົ້າໄຊເສດຖາທິຣາຊ ຈຶ່ງປະກົດວ່າ ເພິ່ນໄດ້ມາຂາບໄຫວ້ນະມັດສະການໃນເຂດເມືອງກະບອງ ຄື ພຣະທາດອິງຮັງ ແລະ ພຣະທາດສີໂຄດຕະບອງ ເມື່ອເຈົ້າໄຊເສດຖາທິຣາຊ ສະຖາປະນານະຄອນຫຼວງວຽງຈັນ ເປັນເມືອງຫຼວງ ເພິ່ນກໍ່ມີຄຳສັ່ງໃຫ້ດັດແປງພຣະທາດນີ້ ກັບຄືນເປັນເຈດີທາງພຸດທະສາດສະໜາ ສ້າງຍອດເຈດີເປັນສິລະແບບລາວບູຮານ ແຕ່ນັ້ນມາກໍຍັງມີການປະຕິສັງຂອນເລື້ອຍໆ ແຕ່ກໍຍັງຮັກສາຮູບແບບຂອງສະໄໝພຣະເຈົ້າໄຊເສດຖາທິຣາຊ ເອົາໄວ້.ແທ່ນທາດມີລວງກວ້າງດ້ານລະ 9 ແມັດ ລວງສູງ 25 ແມັດ ຕັ້ງຢູ່ບ້ານທາດອິງຮັງ ແຍກອອກທາງສະຫວັນເຊໂນ ຢູ່ຫຼັກກິໂລແມັດທີ 12 ແລະ ທາງເຂົ້າໄປ 3 ກິໂລແມັດ.
ເມື່ອປີ 1949 ປະຊາຊົນຊາວ ເມືອງໄດ້ທຳການສ້ອມແປງບູລະນະຄັ້ງໃຫຍ່ໃຫ້ກວ້າງຂວາງ ຄືໄດ້ສ້າງປະຕູໂຂງ
ປຸກກົມມະລຽນ ແລະ ສາລາໂຮງທຳຂຶ້ນ ເພື່ອໃຫ້ຜູ້ທ່ອງທ່ຽວ ແລະ ອອກຕົນຍາດໂຍມໄດ້ມາຮຽນຮູ້ຂາບໄຫວ້.
ເພິ່ນຈະຈັດງານບຸຸນສະເຫຼີມສະຫຼອງພະທາດໃນມີ້ຂນ 15 ຄໍ່າ ເດືອນຈຽງ ( ເດືອນ 1 ລາວ ) ຂອງທຸກໆປີ ( ແຕ່ກ່ອນຈັດງານເດືອນ 12 ເພັງ ພ້ອມບຸນນະມັດສະການພຣະທາດຫຼວງ ແຕ່ເນື່ອງຈາກວ່າ ພຣະເຈົ້າໄຊຍະເສດຖາທິຣາຊ ພຣະອົງມີພຣະຣາຊະກິດທີ່ພຣະທາດຫຼວງ ເພິ່ນຈຶ່ງເລື່ອນມາຈັດງານໃນເດືອນຈຽງເພັງ ) ພ້ອມນັ້ນ ຍັງມີງານຕະຫຼາດນັດ ແລະ ການຫຼິ້ນກິລາ ດັ້ງເດີມນັ້ນແມ່ນມີແຕ່ກິລາໝາກຂ່າງ ແຕ່ປັດຈຸບັນບໍ່ເຫັນມີການຫຼິ້ນພໍປານໃດແລ້ວ.



ອ່າງເກັບນ້ຳຝ່າຍສຸຍ
ທີ່ຕັ້ງ ແລະ ຈຸດພິເສດ ອ່າງສຸຍ ເມືອງຈຳພອນ ເປັນຊົນລະປະທານໃຫຍ່ແຫ່ງໜຶ່ງຂອງເມືອງ ເຊິ່ງຢູ່ ລະຫວ່າງກາງຂອງບ້ານຕ່າງໆເຊັ່ນ: ທາງດ້ານເໜືອ ຕິດຈອດທົ່ງນາບ້ານດົງ, ເຜິ້ງທົ່ງ, ໂພນມ່ວງ, ໜອງຫຍ້າມ້າ, ບຶງຕະຫຼຸງ ແລະ ດອນແດງ. ທາງດ້ານທິດໃຕ້ຕິດຈອດກັບທົ່ງນາບ້ານລຳພັນ, ແກ້ງປູນ ແລະ ໂນນສີທັນ.ທາງດ້ານຕາເວັນອອກຕິດຈອດກັບທົ່ງນາ ບ້ານຊະຄຶນ. ທາງຕາເວັນຕົກຕິດຈອດກັບທົ່ງນາ ບ້ານ ໂພນທອງ, ດອນແຍງ, ດອນຂີ້ເຫຼັກ.

ອ່າງສຸຍນີ້ ຕັ້ງຢູ່ທາງທິດເໜືອຂອງເທດສະບານເມືອງຈຳພອນ ມີສາຍທາງ 2 ສາຍຈາກຕົວເມືອງໄປຫາອ່າງດັ່ງກ່າວຊຶ່ງມີໄລຍະທາງຫຼຸດລື່ນກັນ. ສຳລັບທາງໂຄ້ງ ມີໄລຍະທາງ 11 Km ເລີ່ມມາຈາກແກ້ງປູນ.ໂນນສີທັນ, ດອນແຍງ, (ໂນນມ່ວງ) ສຸຍ. ສຳລັບທາງໂຄ້ງມີໄລຍະ 27 Km ຊຶ່ງອອກຈາກແກ້ງກອກ, ນາຄູ,ຂາມເຖົ້າ, ດົງດອກໄມ້, ໂພນທອງ, ດອນແດງ (ໂນນມ່ວງ ) ສຸຍ. ມີເນື້ອທີ່ປະມານ 28 ໂລຕາແມັດ ແລະ ບັນຈຸນ້ຳໄດ້ 9.000.000 ແມັດກ້ອນ.ອ່າງ ຫຼື (ຫ້ວຍສຸຍ) ມີຊື່ມາແຕ່ດຶກດຳບັນ ມັນເປັນເລີງທາມແຫ່ງໜຶ່ງທີ່ກ້ວາງໃຫຍ່ ອຸດົມສົມ ບູນໄປດ້ວຍດິນພຸພຸ່ຍ (ດິນຂີ້ມ້ອນ) ເຕັມໄປດ້ວຍປ່າໄມ້ຕຶບໜາ ປະເພດເກີດຕາມທົ່ງທາມຫຼາຍຊະນິດເຊັ່ນ:ໄມ້ທົ່ມ, ໄມ້ຫວ້າ, ໄມ້ເປືອຍນ້ຳ, ຕົ້ນຫູລີງ, ເຫງົ້າເບັນນ້ຳ... ຕົ້ນໄມ້ຊາດ ແລະອື່ນໆ. ອ່າງສຸຍໄດ້ປະກອບດ້ວຍສາຍຫ້ວຍສາມສາຍໄຫຼຕົກໃສ່ ເຊັ່ນ: ຫ້ວຍຂາວ ກຳເນີດຈາກຫ້ວຍໄຫຼ່ (ອຸທຸມພອນ) ຫ້ວຍກະແຊະ, ຫ້ວຍນ້ຳຄຳຄາວ, (ຍໍ່ໂດນ) ຈາກດົງປ່າຫ້ຽນ ແລະ ຫ້ວຍສຸຍທີ່ເປັນໃຈກາງໄຫຼຜ່ານ ແຕ່ເໜືອຕະຫຼອດໃຕ້ ແລ້ວ ຕົກລົງໃສ່ເຊຈຳພອນ (ເໜືອບ້ານແກ້ງປູນ).



ຫໍໄຕປີດົກ
ຫໍໄຕປີດົກຫຼັງນີ້ໄດ້ກໍ່ສ້າງມາແຕ່ສັດຕະວັດທີ 17 ເປັນຕົ້ນມາ ເຊິ່ງແມ່ນຍາທ່ານ ຫຼັກຄຳພາ ເປັນຜູູ້ນຳພາສ້າງ ຕໍ່ມາກໍ່ໄດ້ປະຕິສັງຂອນຄືນໃໝ່ ໃນສັດຕະວັດທີ 19 ນັບແຕ່ເວລານັ້ນເປັນຕົ້ນມາ ກໍ່ໄດ້ມີຍາທ່ານຂຽວ, ຍາທ່ານພຸ່ນ, ຍາທ່ານຈວງ, ຍາທ່ານນວນ, ຍາທ່ານພົມມາ ໄດ້ເປັນຜູ້ອຸປະຖຳປົກປັກຮັກສາສືບຕໍ່ກັນມາຕາມລຳດັບມາໃນປີ ຄ.ສ 1990 - 2001. ໂຄງການປົກປັກຮັກສາໜັງສືຜູກໃບລານລາວ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ໂດຍໄດ້ຮັບການສະໜັບສະໜູນ ຈາກມູນິຖິ ໂຕໂຍຕ້າ ຂອງປະເທດຍີ່ປຸ່ນ

ແລະ ລັດຖະບານສະຫະພັນເຢຍລະມັນ ຮ່ວມກັບພະແນກຖະແຫຼງຂ່າວ - ວັດທະນະທຳ ແຂວງສະຫວັນນະເຂດແລະ ຫ້ອງການຖະແຫຼງຂ່າວ - ວັດທະນະທໍາເມືອງຈຳພອນ ໄດ້ລົງສໍາຫຼວດຂື້ນບັນຊີຕົວຈິງເຊິ່ງສາມາດແຍກ ແລະ ຈັດລຳດັບໄດ້ດັ່ງນີ້: ໜັງສືຜູກໃບລານທັງໝັດມີ 219 ເລື່ອງ, ມີ 326 ມັດ, ມີ 2,391 ຜູກ.
ແຕ່ຍ້ອນອາຍຸການໃຊ້ງານ ເປັນເວລາຫຼາຍສິບປີ ຈຶ່ງເຮັດໃຫ້ສະພາບ ຫໍໄຕປີດົກ ຊຸດໂຊມລົງ ຍ້ອນມີຄວາມສຳຄັນຂອງວັນນະຄະດີບູຮານ ແລະ ທາງດ້ານວັດທະນະທຳຂອງ ຄູບາ, ນັກປາດ, ອາຈານ ທີ່ໄດ້ສຶກສາຮ່ຳຮຽນຢູ່ທີ່ນີ້ບວກໃສ່ຄວາມເປັນຫ່ວງຂອງຂັ້ນເທິງນັບແຕ່ສູນກາງລົງຮອດທ້ອງຖິ່ນເພື່ອອະນຸລັກປົກປັກຮັກສາວັດຖຸບູຮານທາງວັດທະນະທຳນີ້ໃຫ້ຢູ່ກັບຄົນລາວຕະຫຼອດໄປ, ຕົກມາໃນປີ 2006 ຫໍໄຕປີດົກ ຈຶ່ງໄດ້ຮັບການປະຕິສັງຂອນຄືນໃໝ່ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດທະບານ ຣາຊະອານາຈັກໄທ ຈຳນວນ 1.000.000 ບາດ ມາຮອດປັດຈຸບັນນີ້ ຫໍໄຕປີດົກ ຈຶ່ງໄດ້ກາຍເປັນຈຸດເຕົ້າໂຮມໜັງສືຜູກໃບລານທີ່ຫຼາຍກວ່າໝູ່ແຫ່ງດຽວພາຍໃນເມືອງຈຳພອນ ແລະ ເປັນແຫຼ່ງທ່ອງທ່ຽວທາງວັດທະນະທຳອີກດ້ວຍ.



ທາດໂພ່ນ
ຕັ້ງຢູ່ ບ້ານທາດໂພ່ນ, ເມືອງໄຊພູທອງ ໄລຍະຫ່າງຈາກຕົວເມືອງ ປະມານ 8 ກິໂລແມັດ. ທາດໂພ່ນ ແມ່ນທາດໜຶ່ງທີ່ມີຄວາມສັກສິດ ແລະ ເປັນທີ່ເພິ່ງທາງສາສະໜາ ເຊິ່ງມີຕໍານານຈາກການເລົ່າຂານກັນມາວ່າ:
ກາລະຄັ້ງໜຶ່ງ ມີພະພຸດທະເຈົ້າ ໄດ້ສະເດັດມາ ຈາກເມືອງລ້ານໍ້າ ພະອົງ ນັ້ນຊື່ວ່າ: ເວສາລີ; ໄດ້ມາສະແດງທໍາໂຜດສັດຢູ່ທີ່ໂພນຊ້າງສານເຖິງ 7 ຄືນ, ມີເທວະດາ, ມະນຸດ, ອະມະນຸດມາ ຟັງເທດສະໜາເປັນຈໍານວນຫຼວງຫຼາຍ. ເມື່ອເຖິງ 7 ວັນແລ້ວ ພະອົງກໍຢາກທວານໜັກ ພໍພະອົງນຶກພຽງເທົ່ານັ້ນ ກໍມີພະຍານາກທີ່ຢູ່ໃນ ຖໍ້າຂຶ້ນມາເນລະມິດສ້າງເວຈາກິດຕິ (ທາດ) ໃຫ້ພະອົງ ແລ້ວພະອົງກໍສົ່ງທວານໜັກທີ່ນັ້ນ ເພື່ອເປັນການກາບໄຫວບູຊາໃນພາຍພາກໜ້າ, ເມື່ອສໍາເລັດພຸດທະກິດແລ້ວກໍສະເດັດຈາກໄປ. ສະນັ້ນ ຈຶ່ງເອີ້ນ ພະທາດລູກນີ້ວ່າ: “ທາດໂພ່ນ” ຕໍ່ມາຫຼາຍປີຈົນຮອດສະໄໝລ້ານຊ້າງຊຽງທອງສະເຫວີຍລາດສະສົມບັດ ແມ່ນສົມເດັດພະເຈົ້າ ພຸດທະວົງສາ ໄດ້ມີສັດທາພ້ອມໄພ່ຟ້າຂ້າແຜນດິນກໍໄດ້ສ້າງພະທາດໂພ່ນລູກນີ້ຂຶ້ນ ເພື່ອໄວ້ເປັນທີ່ບູຊາ, ພະທາດໂພ່ນນີ້ ໄດ້ມີລູກທາດ ອ້ອມຢູ່ຖານລຸ່ມມີ 7 ລູກ, ສ້າງເມື່ອເດືອນ 12 ວັນພຸດ ພ.ສ 235 ຕໍ່ມາໃນສະໄໜພະຍາຊຽງດົງ-ຊຽງທອງ, ໄດ້ຖະຫວາຍດິນເປັນທານເພື່ອເປັນເຂດແດນຂອງພະທາດໂພ່ນ ແລ້ວໄດ້ຢາດນໍ້າໝາຍທານຕັ້ງອະທິຖານໄວ້ວ່າ: ຖ້າຜູ້ໃດຕັ້ງຖິ່ນຖານສ້າງເຮືອນ, ສ້າງໄຮ່ ທໍານາໃນຂອບເຂດດິນຂອງພະທາດນີ້ຕ້ອງໄດ້ຮັກສາປະຕິບັດເຄົາລົບໄຫວ້ຕາມລະດູການບໍ່ໃຫ້ຂາດທຸກປີ



ວັດຕາແຫຼວເກົ່າ

ໃນສະໄໝນັ້ນ ວັດຖຸບູຮານ ທາງສາດສະໜາພຸດ ກໍ່ມີຄວາມຈະເລີນສືບຕໍ່ກັນມາ ເຊິ່ງມີເຈົ້າອະທິການວັດຫຼາຍອົງສືບຕໍ່ມາ ຕົກມາຮອດຕົ້ນສັດຕະວັດທີ 20 ລະຫວ່າງ ປີ ຄ. ສ 1918 ໄດ້ມີພະພິກຂຸອົງໜຶ່ງເປັນເຈົ້າອະທິການວັດ ຕາແຫຼວ ເຊິ່ງແມ່ນລູກຂອງ ທ້າວ ວາດ ມະນີວົງ ຊື່ ທ້າວ ອຸງ , ປ່ຽນຊື່ ມາເປັນພະຄູຈຽງ ( ຍາທ່ານຈຽງ ທິຄາຍຸໂກ ) ພະອົງນີ້ມີຈິດໃຈເອື້ອເພື້ອເພື່ອແຜ່ ຢຶດໝັ້ນໃນຫຼັກທຳມະ, ທ່ານໄດ້ນຳພາ ອອກຕົນ ຍາດໂຍມພາຍໃນບ້ານຕາແຫຼວ ສ້າງກຸດຕິວິຫານ ແລະ ກໍ່ກຳແພງອ້ອມວັດ

ເຊິ່ງວັດສະດຸທີ່ນຳມາປະຕິສັງຂອນປະກອບດ້ວຍໄມ້ເນື້ອແຂງ, ດິນຈີ່, ປູນປະທາຍ ຢູ່ຕາມແຕ່ລະບ່ອນ ມີການປະດັບປະດາຮູບແຕ້ມ, ຮູບສະຫຼັກ, ຮູບປັ້ນ ແລະ ຮູບຄວັດລາຍ ດ້ວຍຊ່າງຜູ້ມີສີມືທີ່ປານີດ ບັນຈົງ ( ຊື່ວ່າຊ່າງ ຫຼາວ) ການກໍ່ສ້າງທັງໝົດແມ່ນໄດ້ມາຈາກຄວາມສາມັກຄີ ປະກອບເຮື່ອເທແຮງກັນເປັນຫຼາຍໆປີ ຂອງປະຊາຊົນບ້ານຕາແຫຼວຕົກມາຮອດປີ 1969 - 1970. ໃນວັນທີ 20 ພະຈິກ 1969 ຈັກກະພັດອາເມລິກາໄດ້ໃຊ້ຍົນ F 105 ຖິ້ມລະເບີດຍິງລູກສອນໄປເຜົາຜານທຳລາຍວັດຖຸ , ປູສະນີຍະສະຖານເຊິ່ງເປັນບ່ອນສັກກະລະບູຊາ ທີ່ເຄົາລົບນົບຖື ແລະ ຫວງແຫນຂອງປວງຊົນ

ໄດ້ຮັບຄວາມເສຍຫາຍຈົນບໍ່ສາມາດບັນລະຍາຍໄດ້.ໃນເຫດການຄັ້ງນີ້ ໄດ້ເຮັດໃຫ້ວັດເກົ່າບ້ານຕາແຫຼວ ແລະ ເຮືອນຊານຖືກໄຟໃໝ້ ປະຊາຊົນຊາວບ້ານຕາແລວ ພ້ອມດ້ວຍພະສົງສໍາມະເນນ ໄດ້ຮັບເຄາະກຳ ຂາດທີ່ຢູ່ອາໄສ ແຕກສະຫຼຸຜຸຜ່າຍ ປຸກເຮືອນນ້ອຍຫ້ອຍເຮືອນແຂວນ ຢູ່ຕາມທົ່ງນາໃຜມັນ ຢູ່ບ່ອນລະ 4 - 5 ລັງຄາເຮືອນ ສ່ວນວັດວາອາຮາມທີ່ສວຍສົດງົດງາມໃນເມື່ອກ່ອນໄດ້ກາຍເປັນເຖົ່າຖ່ານແຕກສະຫຼັກ ຫັກພັງ ເຫັນພຽງແຕ່ເສດດິນຈີ່ ແລະ ແກ້ວແຕກເປັນກ້ອນເປັນຜົງນ້ອຍໃຫຍ່ຍັງຢາຍຢູ່ຕາມເດີ່ນວັດຮ້າງຄົງເຫຼືອໄວ້ໃຫ້ເຫັນເປັນຮ່ອງຮອຍທາງດ້ານປະຫວັດສາດ ເມື່ອເປັນເຊັ່ນນັ້ນແລ້ວ ທາງອຳນາດການປົກຄອງທ້ອງຖິ່ນຈຶ່ງໄດ້ເຕົ້າລວມທ້ອນໂຮມຄວາມສາມັກຄີຄືນໃໝ່ໄດ້ສ້າງບ້ານຕາແຫຼວ ແລະ ວັດໃໝ່ຂື້ນ ທາງທິດຕາເວັນອອກຂອງບ້ານ ຕາມເສັ້ນທາງໄປເມືອງຊົນບູລີຂື້ນໃໝ່ແລະ ເປັນທີ່ສັກກະລະບູຊາຂອງຊາວບ້ານຕາແຫຼວຈົນເທົ່າທຸກວັນນີ້.



ຜາສາດເຮືອນຫີນ
 ຕັ້ງຢູ່ ບ້ານເຮືອນຫີນ, ເມືອງໄຊພູທອງ, ໄລຍະຫ່າງຈາກຕົວເມືອງ ປະມານ 10 ກິໂລແມັດ. ເຮືອນຫີນ ແມ່ນຮ່ອງຮອຍທາງດ້ານປະຫວັດສາດ ເຊິ່ງສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບູນ 
ເຊິ່ງເປັນອານາຈັກທີ່ໜ້າເກງຂາມຂອງອານາຈັກໃກ້ຄຽງ.ໃນປີ ຄ.ສ 557 ນັ້ນ ໄດ້ມີຂຸນອັງຄະຣາດ ແລະ ອົມມະຣາດ ສອງອ້າຍນ້ອງນໍາພາສ້າງປະສາດຫີນຂຶ້ນເພື່ອເປັນທີ່ເຄົາລົບກາບໄຫວ້ຂອງສາສະໜາພາມ, 
ແຮງງານໃນການກໍ່ສ້າງແມ່ນໄດ້ເກນເອົາເຜົ່າຊົນຕ່າງໆທີ່ມາຈາກອານາຈັກໂຍນົກເງິນຍາງມາເປັນຂ້າທາດ, 
ເຂົາເຈົ້າໄດ້ຫຸບຫອບຄອບ ຄົວມາພ້ອມ ແລ້ວອາໃສຢູ່ຕາມຖໍ້າຫີນຕ່າງໆເພື່ອຊົ້ນແດດຊົ້ນຝົນ, 
ສ່ວນຂຸນອັງຄະຣາດ ຜູ້ນໍາພາສ້າງໄດ້ເຈາະອຸໂມງຢູ່ກະໂຕພື້ນຜາສາດຫີນ, ກ້ອນຫີນທີ່ນໍາມາສ້າງນັ້ນແມ່ນໄດ້ເອົາສິ່ວເຈາະມາຈາກຫຼາຍບ່ອນ ເຊິ່ງບ່ອນທີ່ໃຫຍ່ທີ່ສຸດແມ່ນຢູ່ບ່ອນເບື້ອງຕາເວັນຕົກທີ່ຫ່າງຈາກ 
ປະສາດຫີນ ປະມານ 1 ກິໂລແມັດ ເຊິ່ງເອີ້ນວ່າ: “ວັງເຮືອ” ຍ້ອນວ່າຮ່ອງຮອຍທີ່ສິ່ວເຈາະເອົາຫີນນັ້ນໄປສ້າງເຮືອນຫີນ ເຊິ່ງໃນປະຈຸບັນນີ້ ຍັງມີຮ່ອຍຮອງເປັນລັກສະນະຮູບຄ້າຍຄືເຮືອ, 
ບາງຈຸດຍັງມີສິ່ງເສດເຫຼືອຈາກກ້ອນຫີນທີ່ເຈາະອອກມານັ້ນທີ່ຍັງບໍ່ທັນໄດ້ເອົາໄປສ້າງຍັງຢັ່ງ 
ຢາຍຢູ່ເປັນຈໍານວນຫຼວງຫຼາຍ. ເພິ່ນສ້າງຈົນຮອດປີ ຄ.ສ 700 ກໍໝົດສະໄໜລາສະວົງ ເປັນອັນວ່າຢຸດຕິການກໍ່ສ້າງຜາສາດຫີນ ສະນັ້ນ ຜາສາດເຮືອນຫີນຈຶ່ງມີຮູບຊົງບໍ່ສໍາເລັດຈົນເຖິງປະຈຸບັນນີ້.


ພະທາດອຸມຸງ
 ວັດອຸມຸງ ຕັ້ງຢູ້ທາງທິດຕາເວັ້ນອອກຂອງບ້ານລະຫາໂຄກ, ຫ່າງຈາກຕົວເມືອງສອງຄອນໄປທາງທິດເໜືອ 
ປະມານ 7 ກິ ໂລແມັດ ແລະ ຫ່າງຈາກເທດສະບານ ແຂວງສະຫວັນນະເຂດ ປະມານ 75 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາ, ພະທາດລູກນີ້ສູງປະມານ 10 ແມັດ, ເປັນພະທາດຊົງ 4 ລ່ຽມ ທີ່ສວຍງາມ ແລະ ຄ້າຍຄືກັບ ພະທາດອີງຮັງ, ສ້າງຂຶ້ນໃນຊຸມປີ 1950 ທຸກໆປີເມື່ອຮອດເດືອນຍີ່ເພັງໄດ້ມີງານສະເຫຼີມສະຫຼອງ
ໃນມື້ຂຶ້ນ 14 ຄໍ່າ ເປັນມື້ສີເຜີ້ງສີທຽນ, ສ່ວນມື້ຂຶ້ນ 15 ຄໍ່າ ແມ່ນມື້ເຕົ້າໂຮມຫົວບ້ານ ແລະ ທ້າຍບ້ານ ເພື່ອທໍາພິທີທາງສາສາໜາ ແລະ ເປີດກວ້າງໃຫ້ຊາວພຸດທັງຫຼາຍພາຍໃນເມືອງ ແລະ ແຂວງ ກໍຄືທົ່ວປະເທດ ໄດ້ມາສັກກະລະບູຊາກາບໄຫວ້ພະທາດນີ້, ສ່ວນໃນມື້ແຮມ 1 ຄໍ່າ ເດືອນຍີ່ ເປັນມື້ຕັກບາດຖະຫວາຍເຄື່ອງປັດໃຈໄຊຍະທານໃຫ້ແກ່ພະສົງເພື່ອອຸທິດຫາຜູ້ມີຄຸນງາມຄວາມດີທີ່ລ່ວງລັບໄປໃຫ້ມາຮັບເອົາ. 


ພະແສງ
ຖໍ້າພະແສງ ແມ່ນຕັ້ງຢູ່ ບ້ານໂນນສະຫວ່າງ, ເມືອງສອງຄອນ. ຄວາມເປັນມາຂອງພູມມະສັກແສງຈັນ ບ້ານໂນນສະຫວ່າງ ຕາມການເລົ່າຂານຂອງຜູ້ເຖົ້າຜູ້ແກ່ວ່າ: ເມື່ອສະໄໝຂອມຮຸ່ງເຮືອງມີອໍານາດນັ້ນ ໄດ້ເກັບເກນເອົາຜູ້ທີ່ມີສີມືທາງດ້ານສີລະປະກໍາເພື່ອເອົາໄປຄວັດລວດລາຍ ແລະ ຫຼໍ່ພະພຸດທະຮູບ ແລ້ວເອົາໄປສະຖິດໄວ້ຢູ່ເບື້ອງພະທາດພະນົມ ເຊິ່ງມີຈໍານວນທັງໜົດ 109 ອົງ ທີ່ໄດ້ຕົກແບ່ງມາໃຫ້ຕາມຫົວເມືອງນ້ອຍ ແລະ ໃຫຍ່ ຫຼື ຕາມສັດທາທີ່ມີ, ພໍຮອດມື້ຂອດພະນົມ ຫາກໄດ້ຍິນສຽງຄ້ອງໃຫຍ່ດັ່ງຂຶ້ນ; ຫາກເມືອງໃດມາບໍ່ທັນກໍຊອກຫາບ່ອນບັນຈຸພະໄວ້ ແລະ ເມືອງນີ້ກໍແມ່ນເມືອງໜຶ່ງທີ່ບໍ່ທັນ ຈຶ່ງໄດ້ຊອກຫາບ່ອນສະຖິດພະແສງນີ້ໄວ້ຢູ່ໃນຖໍ້າຈົນເຖິງປະຈຸບັນ ແລະ ໄດ້ເອີ້ນຖໍ້ານີ້ວ່າ: “ຖໍ້າພະແສງ” ຈົນເຖິງປະຈຸບັນ.

ວັດທະຈານລາຍ
 ແມ່ນວັດໜຶ່ງທີ່ສັກສິດ ແລະ ເປັນທີ່ກາບໄຫວ້ຂອງຊາວພຸດ ເຊິ່ງຕັ້ງຢູ່ ບ້ານໂນນສະອາດ, ເມືອງຊົນບູລີ ຫ່າງຈາກ ເທດສະບານແຂວງສະຫວັນນະເຂດ ປະມານ 87 ກິໂລແມັດ. ພະຈານລາຍອົງນີ້ສ້າງຂຶ້ນໃນສະໄໜຍຸກຫີນອ່ອນ ກ່ອນ ພ.ສ 300 ປີ ການຕົບແຕ່ງຂອງວັດແມ່ນມີການແກະສະຫຼັກດ້ວຍຫີນອ່ອນເປັນຮູບເທວະຮູບຖືກສ້າງຂຶ້ນໃນສະໄໜພາມ, ຈໍາພວກພະນະຈາຍ, ສາດສະໜາຮິນດູ. ມາຮອດປີ ຄ.ສ 1920 ປະຊາຊົນໄດ້ພົບເຫັນ ພະຈານລາຍອົງນີ້ຢູ່ປ່າໂຄກຂອບເຂດບ້ານໂນນສະຫວ່າງ, ເມື່ອພົບເຫັນເຊັ່ນນັ້ນ ພະສົງອົງຄະເຈົ້າເຖົ້າແກ່ແນວໂຮມກໍໄດ້ເຕົ້າລວມກັນເພື່ອປຶກສາຫາລືໃນການເກັບຮັກສາ ແລະ ບົວລະບັດໃຫ້ເປັນພະຄູ່ບ້ານຄູ່ເມືອງ ເພື່ອເປັນທີ່ສັກກະລະບູຊາ. ໄດ້ມີການຈັດງານສະເຫຼີມສະຫຼອງ ແລະ ເຮັດບຸນໃນວັດແຫ່ງນີ້.




ພະລົ້ມ
ຕັ້ງຢູ່ ບ້ານພະນອນ, ເມືອງພະລານໄຊ, ໄລຍະຫ່າງຈາກຕົວເມືອງ ປະມານ 30 ກິໂລແມັດ, ພະລົ້ມອົງນີ້ ແຕ່ກ່ອນແມ່ນພະພຸດທະຮູບເກົ່າແກ່ຂອງອານາຈັກລ້ານຊ້າງອົງໜຶ່ງ ຊື່ວ່າ: ພະເຈົ້າດັງຕັນ ຫຼື ພະນອນ. ພະອົງນີ້ ໄດ້ສ້າງຂຶ້ນເມື່ອປະມານ 800 ກວ່າປີແລ້ວ, ມາໃນປີ ຄ.ສ 1940 ໄດ້ມີ ຍາຫຼວງເມືອງຝ້ອງ ນໍາພາປະຊາຊົນໃນເຂດສ້າງຫໍກວມພະໄວ້ ເພື່ອເປັນການຮັກສາບໍ່ໃຫ້ຖືກທໍາລາຍ, ມາໃນປີ ຄ.ສ 1940 ໄດ້ມີຍາຫຼວງຄົງ ເຮັດບຸນກະຖິນຂຶ້ນ ແລ້ວນໍາມາຖວາຍ ເພື່ອບູລະນະ ແລະ ສ້າງຄືນໃໝ່, ມາໃນປີ ຄ.ສ 1977 ໄດ້ມີ ຍາຄູມາ ໄດ້ນໍາພາອອກຕົນຍາດໂຍມ ບ້ານດອນຕີ້ວ ສ້າງສາລາຂຶ້ນ 1 ຫຼັງ, ແຕ່ບໍ່ທັນສໍາເລັດ, ໃນປີ ຄ.ສ 1995–1996 ໄດ້ມີ ພະອາຈານ ຍາລໍາພັນ ພ້ອມພະສົງສໍາມະເນນ ແລະ ຊາວບ້ານທາດອີງຮັງ ພ້ອມຊາວບ້ານດອນຕີ້ວ ແລະ ບ້ານນາຮູ້ ພ້ອມພາກັນສ້າງຫໍແຈກຂຶ້ນ ແລະ ກຸດຕິໜຶ່ງຫຼັງ ແລະ ສ້າງພະນັງ 1 ອົງ, ພະລົ້ມນີ້ ຕັ້ງຢູ່ລະຫວ່າງກາງດົງເລົ້າເຂົ້າ ແລະ ດົງພຣະເຈົ້າ. ປະຈຸບັນນີ້ ແມ່ນມີຊື່ວ່າ: ວັດປ່າແກ້ວດວງນາລີ ເຊິ່ງມີທິດຕາເວັນຕົກ ຕິດກັບ ບ້ານາຮູ້ໃຕ້ ລຽບຝັ່ງແຄມແມ່ນໍ້າລໍາເຊຊໍາຊອຍ, ທິດເໜືອ ຕິດກັບ ບ້ານສະໂງກ ຫຼື ເອີ້ນວ່າ ບ້ານຮ້າງສະໜຸນ, ທາງທິດໃຕ້ ຕິດກັບດົງພາມ ຫຼື ບ້ານແກ້ງພາມ, ທິດຕາເວັນອອກ ຕິດກັບບ້ານນາຮູເໜືອ ຫຼື ບ້ານພະນອນ ສາຍເຫດທີ່ເຮັດໃຫ້ ພະພຸດທະຮູບລົ້ມ ເພິ່ນສັນນິຖານໄວ້ 2 ຢ່າງຄື: 
ການເວລາຍາວນານ ຂາດຄົນບົວລະບັດໃນໄລຍະຕົກເປັນເມືອງຂຶ້ນຂອງອານາ ຈັກຕ່າງໆ;
ຖືກຄົນບໍ່ດີ ຫຼື ຖືກຜູ້ຊະນະສົງຄາມໃນເມື່ອກ່ອນ, ຂຸດຄົ້ນຫາສົມບັດອັນລໍ້າຄ່າທີ່ບັນຈຸໃນພະພຸດທະຮູບ ແລະ ສາເຫດທີ່ເອີ້ນວ່າພະນອນນັ້ນ ແມ່ນເວລາທີ່ເພິ່ນລົ້ມລົງໄດ້ນອນຫງາຍຂຶ້ນ. ເພິ່ນໄດ້ຈັດງານສະຫຼອງພະທາດນີ້ແມ່ນໃນຊ່ວງບຸນປີໃໜ່ລາວ.

ເຂດເຮືອນເກົ່າສະໄໝຝຣັ່ງ
ຕັ້ງຢູ່ຕົວເມືອງໄກສອນ ພົມວິຫານ ເປັນເຮືອນທີ່ອອກແບບການກໍ່ສ້າງໃນສະໄໝຝຣັ່ງເສດເຂົ້າມາປົກຄອງລາວໃນປີ 1940 - 1950 ຂອງສັດຕະວັດທີ 20, ເຮືອນເຫຼົ່ານີອອກແບບລວດລາຍ ແລະ ຮູບຊົງຂອງຝຣັ່ງເສດໃນສະໄໝນັ້ນ, ເຮືອນດັ່ງກ່າວໄດ້ກາຍເປັນທີ່ຟູ່ອາໃສຂອງປະຊາຊົນ ແລະ ຫ້ອງການຂອງລັດ.








ຫໍພິພິທະພັນແຂວງສະຫວັນນະເຂດ
ຕັ້ງໃກ້ກັບວັດໄຊຍະພູມທາງທິດເໜືອປະມານ 500ມ, ສາມາດເຂົ້າຊົມໄດ້ທຸກວັນ ເວລາລັດຖະການ ເປັນສະຖານທີ່ລວບລວມສິ່ງເກົ່າແກ່ທາງດ້ານຊີວະສາດ, ທໍລະນີວິທະຍາທີ່ໄດ້ຄົ້ນພົບໃນແຂວງເຊັ່ນ: ເຕົ່າຫີນ,ຫອຍຫີນ, ໄມ້ທີ່ເປັນຫີນ, ແຂ້ວຊ້າງຫີນ ແລະ ຊາກກະດູກໄດໂນເສົາ ຫຼືທີ່ຊາວບ້ານເອີ້ນວ່າ: " ກະປອມຫຼວງ " ທີ່ມີອາຍຸ 110 ລານກວ່າປີ, ເຊິ່ງຂຸດຄົ້ນຈາກຫຼາຍແຫຼ່ງພາຍໃນແຂວງ,ໂດຍສະເພາະເຂດບ້ານຕັ່ງຫວາຍ, ເມືອງຊົນບູລີ. ເປັນສະຖານທີ່ທີ່ເໝາະສົມແກ່ການສຶກສາ, ຄົ້ນຄວ້າ ແລະ ຮຽນຮູ້ເຖິງໂລກໃນອະດີດສະໄໝດຶກດຳບັນ.




ດົງລີງ
 ຕັ້ງຢູ່ ບ້ານດົງເມືອງ, ເມືອງຈຳພອນ ໄລຍະຫ່າງຈາກຕົວເມືອງ ປະມານ 24 ກິໂລແມັດ. ໃນປີ ຄ.ສ 1952 ຍາພໍ່ບຸນ ບ້ານເຊ ໄດ້ນໍາພາອອກຕົນຍາດໂຍມພາກັນມາຕັ້ງວັດຂຶ້ນຢູ່ສະຖານທີ່ນີ້ ເຊິ່ງໃນປະຈຸບັນ ຍັງມີຮ່ອງຮອຍວັດເກົ່າສິມຮ້າງ, ພະພຸດທະຮູບໃຫຍ່ອົງໜຶ່ງສະຖິດຢູ່ເທິງແທ່ນດິນຈີ່ປະສົມປູນ, ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ວ່າ: ເບື້ອງໜ້າຂອງພະມີຕົວຂຽນບອກວ່າ (ສ້າງຂຶ້ນເມື່ອສັກ ກະລາດ 6 ຕົວ) ເຂົ້າໃຈ ແມ່ນປີ ຄ.ສ 1006 ເຖິງ 1958, ປະຊາຊົນໃນບ້ານພ້ອມຄູບາອາຈານໄດ້ສ້າງສາລາພັດທະນາສິມຂຶ້ນມາອີກຈຳ ນວນໜຶ່ງ. ດົງລີງ ແມ່ນດົງທີ່ສັກສິດ ແລະ ມີຝູງລີງອາໃສຢູ່ເປັນຈຳນວນຫຼວງຫຼາຍ, ຕາມການເຊື່ອຖືວ່າ ເປັນລີງທີ່ສັກສິດທີ່ເຝົ້າຫໍມະເຫ ສັກຫຼັກບ້ານ ແລະ ເຄັດຢໍາທີ່ສຸດ, ຖ້າຜູ້ໃດຫາກທໍາລາຍ ຫຼື ຂ້າລີງໃນປ່າສະຫງວນແຫ່ງນັ້ນ ຖືວ່າຈະມີອັນເປັນໄປເຖິງແກ່ຊີວິດ, ປ່າສະ ຫງວນແຫ່ງນີ້ມີເນື້ອທີ່ ປະມານ 3 ເຮັກຕາ, ເຊິ່ງໃນປະຈຸບັນນີ້ມີຄວາມໜາແໜ້ນຈາກປະຊາກອນຂອງລີງເຮັດໃຫ້ອາຫານບໍ່ພຽງພໍກັນກິນ.

ໜອງປາຝາ 
ຕັ້ງຢູ່ ບ້ານດອນແດງ, ເມືອງຈຳພອນ, ໄລຍະຫ່າງຈາກຕົວເມືອງ ປະມານ 14 ກິໂລແມັດ. ໜອງປາຝາແຫ່ງນີ້ ເປັນທີ່ສັກສິດຕາມການເຊື່ອຖືກັນມາແຕ່ສະໄໜປູ່ຍ່າຕາຍາຍ ຖືວ່າປາຝາ ແມ່ນສັດທີ່ຄໍ້າຄູນ ແລະ ສັກສິດ, ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜສາມາດເເຕະຕ້ອງ ແລະ ຂ້າກິນເປັນອາຫານ, ຕາມການເຊື່ອຖືວ່າ ຖ້າຫາກຜູ້ໃດທໍາຮ້າຍມັນ ຄົນຜູ້ນັ້ນຈະຖືກລົງໂທດດ້ວຍອຸປະຕິເຫດ ຫຼື ອາດແຮງໄປກວ່ານັ້ນແມ່ນເສຍຊີວິດ, ດັ່ງນັ້ນ ຈຶ່ງບໍ່ມີໃຜກ້າທໍາລາຍ ແລະ ໄດ້ເຮັດໃຫ້ຈໍານວນປາຝາເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ເປັນທ່າແຮງ ຂອງການທ່ອງທ່ຽວໃນເຂດນັ້ນ. ແຕ່ລະມື້ ຈະມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຫຼວງຫຼາຍ ແລະ ເຮັດໃຫ້ປາຝາຄຸ້ນເຄີຍກັບສຽງຄົນທີ່ມາຢ້ຽມຢາມ ແລະ ເກືອອາຫານດ້ວຍເຂົ້າໜົມ ເຊິ່ງສາມາດເຫັນໄດ້ຢ່າງງ່າຍດາຍຈາກການເອີ້ນດ້ວຍສຽງ ຜູ້ໄທວ່າ: ຄວາຍຕູເອີ້ຍ ຂຶ້ນມາກິນເຂົ້າດ້ວຍກັນເດີ້ອະອະ ປະມານ 2–3 ນາທີ ເພິ່ນກໍຂຶ້ນມາໂລດ. ໜອງແຫ່ງນີ້ກວ້າງ ປະມານ 300 ແມັດ, ເຊິ່ງມີສັດນໍ້າຫຼາຍຊະນິດ, ສະເພາະປາຝານ້ອຍ ແລະ ໃຫຍ່ມີ ປະມານ 400–500 ໂຕ, ໂຕທີ່ໃຫຍ່ທີ່ສຸດຈະມີອອງປະມານສໍ່າແຜ່ນກະດົ້ງເຂີງ ແລະ ໜັກປະມານ 50 ກວ່າກິໂລກຣາມ.



ບຶງຊ້າງ ເມືອງຊົນນະບູລີ ແຂວງ ສະຫວັນນະເຂດ
 ໜຶ່ງດຽວໃນ ສປປລາວອີກໜຶ່ງສະຖານທີ່ທ່ອງທ່ຽວຂອງແຂວງ ສະຫວັນນະເຂດ ນັ້ນກໍ່ຄື ບຶງຊ້າງ ທີ່ ບ້ານ ບຶງຊ້າງ, ເມືອງ ຊົນນະບູລີ, ແຂວງ ສະຫວັນນະເຂດ.
ເປັນສະຖານທີ່ໜຶ່ງມີສະຫງົບຢູ່ທ່າມກາງທຳມະຊາດບ້ານນາ ເຊິ່ງປັດຈບັນໄດ້ກາຍເປັນເຂດອະນຸລັກຂອງແຂວງສະຫວັນນະເຂດ ທ່ານທີ່ມາທ່ຽວຊົມບຶງຊ້າງນີ້ ນອກຈາກຈະໄດ້ສຳພັດກິ່ນອາຍຂອງທຳມະຊາດບ້ານນາແບບເຕັມໆແລ້ວ ຕົກຄ່ຳລົງແລງໃນຊ່ວງເດືອນ ມີນາ ເຖິງ ເດືອນ ກັນຍາ ຂອງທຸກໆປີ ທ່ານກໍ່ຈະໄດ້ເຫັນຝູງນົກຍາງຂາວນັບພັນໆໂຕບິນມາຈັບຕົ້ນໄມ້ທີ່ບຶງຊ້າງນີ້ອີກດ້ວຍ ເວົ້າແບບນີ້ແລ້ວພໍສຳນຶກພາບໃນຂະນະທີ່ນົກຍາງຂາວບິນມາພ້ອມກັນເປັນຝູງນັບພັນໆຕົວ ວ້າວ…ພຽງແຕ່ຄິດກໍ່ອອນຊອນໃຈແລ້ວ


ນອກຈາກທ່ານຈະໄດ້ເຫັນນົກຍາງຂາວນັບພັນຕົວແລ້ວ ທີ່ບຶງຊ້າງແຫ່ງນີ້ຍັງມີນົກສາຍພັນຫາຍາກທີ່ຂຶ້ນບັນຊີໃກ້ສູນພັນຈາກເອເຊຍ ແລະ ເປັນສັດຄຸ້ມຄອງຂອງເອເຊຍນັ້ນກໍ່ຄືນົກກະຊຸມຫົວລ້ານ (ນົກນ້ຳຂະໜາດໃຫຍ່ທີ່ສຸດ) ເຊິ່ງນົກຊະນິດນີ້ເປັນນົກທີ່ຫາພົບໄດ້ຍາດ ແລະ ສາມາດພົບໄດ້ພຽງໃນບຶງນ້ຳທຳມະຊາດບາງແຫ່ງໃນປະເທດລາວ ແລະ ທະເລສາບຂອງກຳປູເຈຍທີ່ຊື່ (បឹងទន្លេសាប) ໂຕນເລສາບ ເທົ່ານັ້ນໃນເອເຊຍ.
ຫາກໃຜຍັງບໍ່ທັນໄດ້ມາທ່ຽວສະຖານທີ່ແຫ່ງນີ້ ລອງມາສຳພັດດ້ວຍຕົວທ່ານເອງ ແລ້ວທ່ານຈະຮູ້ວ່າທີ່ສຸດຂອງທຳມະຊາດບ້ານນານັ້ນເປັນແນວໃດ

ແກ້ງກົງພະນັງ
 ກົງພະນັງ ແມ່ນແກ້ງທີ່ໃຫຍ່, ເຕັມໄປດ້ວຍກ້ອນຫີນທີ່ສວຍງາມ ແລະ ມີລັກສະນະຮູບຮ່າງທີ່ແຕກຕ່າງກັນ
ຢັ່ງຢາຍຢູ່ຕາມສາຍແມ່ນໍ້າຂອງ ເຊິ່ງຕັ້ງຢູ່ ບ້ານໜອງບົວທ່າ, ເມືອງສອງຄອນ, ເຊິ່ງຫ່າງຈາກຕົວເມືອງເຂົ້າໄປປະມານ 18 ກິໂລແມັດ. ໃນແກ້ງກົງພະນັງ ປະກອບດ້ວຍຖໍ້າທີ່ນ້ອຍ ແລະ ໃຫຍ່ ປະມານ 10 ກວ່າຖໍ້າທີ່ລືຊື່ ແລະ ມີປະຫວັດຄວາມເປັນມາອັນຍາວນານ ແລະ ໜ້າສົນໃຈ, ແກ້ງແຫ່ງນີ້ປະຊາຊົນມັກມາທ່ຽວຫຼິ້ນ ແລະ ຊົມບັນຍາກາດທີ່ສົດຊື່ນຈາກສາຍນໍ້າຂອງ ແລະ ທຸກໆປີໄດ້ມີການຈັດງານເທດສະການປີໃໝ່ລາວ, ເຊິ່ງຫ່າງຈາກເທດສະບານແຂວງ ປະມານ 78 ກິໂລແມັດ, ສາມາດເດີນທາງ ດ້ວຍຍານພາຫະນະຂະໜາດນ້ອຍ ແລະ ໃຫຍ່ຕາມ
ເສັ້ນທາງທີ 13 ໃຕ້, ແວ່ເບື້ອງຂວາມື ທີ່ບ້ານ ປາກຊ່ອງ-ລະຫານໍ້າ ເຂົ້າໄປປະມານ 20 ກິໂລແມັດ. 
ທີ່ມາຂອງຊື່ “ແກ້ງກົງພະນັງ” ໃນພາ ສາຜູ້ໄທແມ່ນ: ໂກ້ງພະນັງ ເຊິ່ງມີຄວາມໝາຍວ່າ: 
ສ້ວມທີ່ຫຸ້ມຫໍ່ດ້ວຍສາຍໂງ່ນຫີນຕິດຕໍກັນບໍ່ສິ້ນສຸດ, ປະຈຸບັນມີຄໍາພ້ຽນວ່າ “ກົງພະນັງເຂັມມະລາດ” ລຽບຕາມສາຍຂອງ ປະມານ 150 ແມັດ, ສ້ວມກົງພະນັງ ເປັນບ່ອນທໍາມາຫາກິນຂອງຊາວຂອມບູຮານ ແລະ ເປັນບ່ອນຫຼົບຫຼີກຈາກການເກັບເກນໄປສ້າງປະສາດຫີນຈາກທະຫານຂອງຂຸນອັງຄະລາດ, ເມື່ອພວກເຂົາເຫັນທະຫານມາພວກເຂົາໄດ້ພາກັນໄປຫຼົບຫຼີກ ແລະ ລີ້ຊ່ອນຕາມຖໍ້າດັ່ງກ່າວ, ປາກຖໍ້າ ເລີ່ມແຕ່ແຄມຂອງໄປກຸດພັນຈັນ, ບ້ານໜອງຜີ ຍາວເກືອບ ປະມານ 20 ແມັດ, ບາງຄັ້ງຍ້ອນຄວາມຮີບຮ້ອນຫຼົບຫຼີກພວກເຂົາຈຶ່ງລືມຜ້າແພ, ເຄື່ອງໃຊ້ຂອງສອຍໄວ້ຢູ່ໃນສ້ວມຫີນ ເຮັດໃຫ້ທະຫານເຂົ້າໃຈວ່າແມ່ນເຄື່ອງຂອງຄົນບັງບົດ.

ແກ້ງຫຼວງ 
(ຮອຍຕີນໃດໂນເສົາ): ຕັ້ງຢູ່ ບ້ານພະລານກາງ, ເມືອງພະລານໄຊ.
ຜ່ານການສຶກສາຄົ້ນຄ້ວາຢ່າງລະອຽດ ໄດ້ພົບຮອຍຕີນໄດໂນເສົາ ຈຳນວນ 61 ຮອຍຕິນ ຢູ່ໃນຊົ້ນ ຫີນສາມຊັ້ນ ທີ່ແຕກຕ່າງກັນ ຍັງຢັ້ງຢາຍຢູ່ຕາມແຄມ ເຊຊັງຊອຍ ແກ້ງຫຼວງໂດຍແຍກປະເພດສັດດັ່ງນີ້:
- ມີ 13 ຮອຍໄດໂນເສົາ 2 ຕີນ ຊະນິດກິນຊີ້ນ ຢູ່ດ້ານລຸ່ມ ແລະ 2 ຮອຍ ຢູ່ດ້ານເທິງມຸ້ງໄປທາງທິດຕາເວັນອອກຊ່ຽງເໜືອ.
- ມີ 8 ຮອຍສັດ 2 ຕີນຊະນິດກິນພືດ ( ຫຍ້າ ) ແລະ 38 ຮອຍຕີນໄດໂນເສົາ 4 ຕີນຊະນິດກິນຊີ້ນຢູ່ຝັ່ງຕາເວັນ ຕົກຂອງເຊມຸ້ງໜ້າໄປທາງທິດໄຕ້ດ້ານກາງ , ຄວາມສຳພັນລະຫວ່າງບາດຢ່າງຂອງສັດເພີ່ນສາມາດຄິດໄລ່ຄວາມໄວໄດ້ 5 Km ຕໍ່ຊົ່ວໂມງສຳລັບສັດ 2 ຕີນ ແລະ 6 Km ຕໍ່ຊົ່ວໂມງສຳລັບສັດ 2 ຕີນຊະນິດກິນພືດນີ້ແມ່ນການຄົ້ວພົບມີຈຳນວນຮອຍຕີນຫຼວງຫຼາຍເທົ່າທີ່ໄດ້ຄົົ້ນພົບມາແລ້ວໃນໂລກ.ຂອບເຂດເມືອງພະລານໄຊ ໄດ້ຄົ້ນພົບເຫັນຮອຍຕິນໄດໂນເສົາ ສອງ ຊະນິດ ທີ່ແກ້ງຫຼວງ ເຊຊັງຊອຍຄື : ໄດໂນເສົາຊະນິດ 2 ຕີນກິນຊີ້ ຊື່ວ່າ: ເຕໂຣປົດ ( Theropodes ) ໄດໂນເສົາຊະນິດ 4 ຕີນ ກິນພືດຊື່ວ່າ: ໂຊໂລປົດ ( Sauropodes) .
ຂອບເຂດດັ່ງກ່າວຍັງໄດ້ຄົ້ນພົບເຫັນໄມ້ກາຍເປັນຫີນອີກດ້ວຍ, ທ່ອນໄມ້ເປັນຫີນ ແລະ ຮອຍຕີນໄດໂນ ເສົາ, ໄດ້ລໍ່ເປັນຮູບທຽມ, ເອົາມາໄວ້ທີ່ຫ້ອງການວິທະຍາສາດ ສະຫວັນນະເຂດ ແລ້ວ.


ແກ້ງລີ້ນ
ທີ່ຕັ້ງ: ບ້ານແກ້ງລີ້ນ, ເມືອງນອງ, ໄລຍະຫ່າງຈາກຕົວເມືອງ: 20 ກິໂລແມັດ. ໃນປີ 1954–1968 ໄດ້ມີຊົນເຜົ່າລາວເທິງ, ເຜົ່າເຕຼຍ ພາກັນເດີນທາງ ມາຈາກຈີນ ພ້ອມກັນ ມາຕັ້ງຖິ່ນຖານ ຢູ່ທີ່ໃນເຂດປ່າແຫ່ງໜຶ່ງ, ຢູ່ມາໄລຍະໜຶ່ງ ຊາວບ້ານໄດ້ຍິນສຽງດັງກ້ອງ ທີ່ແປກປະຫລາດ ໃກ້ໆກັບໜູ່ບ້ານ; ດັ່ງນັ້ນພວກເຂົາຈຶ່ງໄດ້ພາກັນໄປເບິ່ງ ພໍເມື່ອໄປຮອດ ກໍ່ໄດ້ພົບເຫັນ ກ້ອນຫີນກ້ອນໜຶ່ງໃຫຍ່ ແລະ ຍາວ ຢູ່ໃນແມ່ນໍ້າ ເຊິ່ງມີລັກສະນະຄ້າຍຄືລີ້ນ ຄວາມໜາປະມານ 30 ຊັງຕີແມັດ, ຍາວປະມານ 6ແມັດ

ສົ່ງສຽງດັງໄປທົ່ວເຂດນັ້ນ ດ້ວຍແຮງນໍ້າພັດ ກ້ອນຫີນໃຫຍ່ ແລະ ນ້ອຍ, ດັ່ງນັ້ນ ຈຶ່ງເຮັດໃຫ້ ປະຊາຊົນເອີ້ນ ແມ່ນໍ້າແຫ່ງນີ້ວ່າ: ແກ້ງລີ້ນ ຈົນຮອດບປະຈຸບັນນີ້.





ທໍາມະຊາດດ່ານຂັນດ່ານມົນ
ດ່ານຂັນ ດ່ານມົນ ເປັນສະຖານທີ່ປະຕິບັດທໍາທາງສາສະໜາພຸດ ເຊິ່ງຕັ້ງຢູ່ເທິງພະລານຫີນໃນເຂດພູຊ້າງແຫ່ ແລະ ມີໄລຍະຫ່າງຈາກເທດສະບານແຂວງ ປະມານ 132 ກິໂລແມັດ. ສະຖານທີ່ແຫ່ງນີ້ເປັນສະຖານທີ່ທໍາອິດໃນການຄົ້ນພົບຮ່ອງ ຮອຍຕີນພະບາດກ່ອນໝູ່, ຜູ້ທີ່ພົບເຫັນ ແມ່ນຕາພານໂປ້ງ, ບ້ານໂພນບົກ ລາວເປັນນາຍພານໃຫຍ່ຜູ້ໜຶ່ງໃນບ້ານ, ມື້ໜຶ່ງລາວໄດ້ອອກໄປລ່າເນື້ອໃນເຂດປ່າຂອງພູຊ້າງແຫ່, ໃນຂະນະທີ່ລາວພວມລ່າເນື້ອຢູ່ນັ້ນ ລາວໄດ້ເຫັນຊ້າງພາຍໃຫຍ່ໂຕໜຶ່ງຢູ່ຫວ້ຍປາກັ້ງໃຕ້ດ່ານຂັນ, ລາວເລີຍຍິງຊ້າງພາຍໂຕນັ້ນຖືກບາດເຈັບ, ແຕ່ໄດ້ມີຊ້າງແມ່ລູກອ່ອນ 2 ໂຕ ໂຊມເອົາຊ້າງພາຍທີ່ຖືກບາດເຈັບໄປ, ພໍເມື່ອໄປຮອດດ່ານຫີນ ເຊິ່ງມີກະໂບກນໍ້າຂັງປະໄວ້ເຫຼືອພຽງເລັກນ້ອຍ, ຊ້າງພາຍໂຕນັ້ນເລີຍດື່ມນໍ້າໃນກະໂບກຫີນດັ່ງກ່າວ ແລ້ວເດີນທາງຕໍ່ໄປ, ພໍດີໄປຮອດປາກຫວ້ຍບາດແຜທີ່ຖືກລູກປືນກໍ່ຫາຍດີ ແລະ ຊ້າງໂຕນັ້ນກໍຫາຍໄປ, ນາຍພານໂປ້ງ ຈຶ່ງກັບຄືນມາເບິ່ງບ່ອນຊ້າງກິນນໍ້າ ແລ້ວກັບຄືນເມືອບ້ານ ແລະ ເລົ່າສູ່ຄົນໃນບ້ານຟັງ ແລະ ເຮັດໃຫ້ການເລົ່າຂານປາກຕໍ່ປາກ ແລະ ຊ່າລືໄປຮອດຍາຫຼວງລອດ ບ້ານດົງເຫັນ, ເມືອງອາດສະພອນ. ເມື່ອໄດ້ຍິນແນວນັ້ນແລ້ວ ຍາຫຼວງລອດ ຢາກເຫັນຕົວຈິງ ຈຶ່ງໄດ້ໄປໃຫ້ນາຍພານໂປ້ງ ແລະ ພໍ່ເຖົ້າແສນ ພາໄປເບິ່ງ ແລະ ພ້ອມກັນສັນນິຖານເບິ່ງວ່າແມ່ນ: ຮອຍຕີນພະບາດແທ້ ຈຶ່ງໄດ້ເອົາກ້ອນຫີນກອງໝາຍໄວ້, ຫຼັງຈາກກັບເມືອແລ້ວ ພໍ່ແມ່ປະຊາຊົນທີ່ໄດ້ຍິນວ່າມີຮອຍພະບາດ ຈຶ່ງໄດ້ພາກັນຫຼັ່ງໄຫຼມາເບິ່ງ ແລະ ສັກກະລະບູຊາຈົນເຖິງມາປະຈຸບັນນີ້, ໃນທຸກໆປີເມື່ອຮອດເດືອນສອງເພັງກໍໄດ້ພາກັນເຮັດບຸນຂຶ້ນ. ໃນປີ ຄ.ສ 1954 ຍາທ່ານ ມະຫາສາລີ ໄດ້ຂຶ້ນມານໍາພາອອກຕົນຍາດໂຍມ ປຸກສາລາກວມຮອຍຕີນພະບາດໄວ້ ແລະ ຈາກນັ້ນກໍສືບຕໍ່ບູລະນະ ແລະ ສະເຫຼີມສະຫຼອງເປັນປະຈໍາທຸກປີ.
#ສະຖານທີ່ຂຸດຄົ້ນກະດຸກໄດໂນເສົາ: ຮ່ອງຮອຍຊາກກະດຸກໄດໂນເສົາ ແມ່ນໄດ້ຄົ້ນພົບຢູ່ເຂດປ່າໂຄກ, ບ້ານຕັ່ງຫວາຍ, ເມືອງຊົນບູລີ, ຫ່າງຈາກເທດສະບານເມືອງ ປະມານ 43 ກິໂລແມັດ. ໃນປີ ຄ.ສ 1927-1939 ທ່ານ ໂຊເຊແອນແນນອົບເຟ ເຊິ່ງເປັນແອງຊີເຢີຂົວທາງ (ຄົນຝຣັ່ງເສດ) ພ້ອມໝູ່ 04 ຄົນ ໄດ້ສໍາຫຼວດເສັ້ນທາງເລກ 9 ແຕ່ຫຼັກ 35 ຫາ ເມືອງພີນ. ເຊິ່ງໄດ້ມາຕັ້ງສໍານັກຢູ່ຫ້ວຍແຄນແທ ແລະ ສໍານັກງານຢູ່ ບ້ານຕັ່ງຫວາຍ ໃນໄລຍະສໍາຫຼວດເສັ້ນທາງ ທ່ານ ໂຊເຊແອນ ແນອົບເຟ ກໍເລີຍໄດ້ເຫັນຊາກກະດຸກໄດໂນເສົາຢູ່ໃນສາຍຮ່ອງ ນໍ້າໄຫຼເຊາະຢູ່ປ່າໂຄກ ບ້ານຕັ່ງຫວາຍໂຄກ ເຊິ່ງຫ່າງຈາກ ບ້ານຕັ່ງຫວາຍ ໄປທາງທິດເໜືອ ປະມານ 500 ແມັດ ຖືວ່າທ່ານເປັນຜູ້ທໍາອິດ ໄດ້ຄົ້ນພົບກ່ອນໝູ່ໃນປະເທດລາວ, ເມື່ອພົບເຫັນ ທ່ານ ແລະ ທີມງານກໍໄດ້ບັນທຶກ ແລະ ໝາຍຈຸດໄວ້ໃນແຜນທີ່.
#ສະຖານທີ່ທ່ອງທ່ຽວລະໂອງລະມັ່ງ: ເຂດທີ່ຢູ່ອາໃສຂອງລະໂອງລະມັ່ງ ແມ່ນຕັ້ງຢູ່ທິດຕາເວັນອອກຂອງເມືອງຊົນບູລີ, ຫ່າງຈາກເທດ ສະບານເມືອງ 22 ກິໂລແມັດ, ເຊິ່ງກວມເອົາ 12 ບ້ານ, ຈຸດທີ່ພົບເຫັນ ລະໂອງລະມັ່ງ ແມ່ນກວມເອົາ 3 ໝູ່ບ້ານຄື: ບ້ານໃໝ່ສະໜາມໄຊ, ບ້ານຕັ່ງຫວາຍ, ບ້ານໜອງສອງຫ້ອງ. ລະໂອງລະມັ່ງ ມີ 03 ປະເພດຄື: ຖ້າໂຕຜູ້ເອີ້ນວ່າ: “ໂອງ” ໂຕແມ່ ເອີ້ນວ່າ: “ມັ່ງ” ແລະ ຖ້າເປັນລູກນ້ອຍ ເອີ້ນວ່າ: “ອອງ”. ສັດຈໍາພວກນີ້ ກິນຍອດໃບໄມ້ອ່ອນ ເມື່ອກ່ອນຈໍານວນ ລະໂອງລະມັ່ງ ທັງໜົດມີປະມານ 9 ໂຕ ແຕ່ມາຮອດປະຈຸບັນນີ້ມີຈໍານວນເພີ້ມຂຶ້ນຫຼາຍເທົ່າທີ່ຄວນ. ປະຈຸບັນນີ້ໄດ້ມີການມອບໝາຍໃຫ້ຄະນະຮັບຜິດຊອບກວດກາເບິ່ງແຍງ ແລະ ຕິດ ຕາມສຸຂະພາບຂອງສັດເປັນປົກກະຕິ.



ຕາດສະໂຄຍ. (ແຂວງສະຫວັນນະເຂດ)

ເມື່ອເວົ້າເຖິງເມືອງເຊໂປນ ແຂວງສະຫວັນນະເຂດ ຫຼາຍໆຄົນອາດຈະເຄີຍໄດ້ຍິນເພາະເປັນເມືອງທີ່ຂຶ້ນຊື່ທາງດ້ານການທ່ອງທ່ຽວ ບໍ່ວ່າຈະເປັນທາງປະຫວັດສາດ ແລະວັດທະນະທໍາອັນຫຼາກຫຼາຍ
ເນື່ອງຈາກເມືອງເຊໂປນ ປະກອບດ້ວຍຫຼາຍຊົນເຜົ່າ, ນອກນີ້ຍັງມີແຫຼ່ງທ່ອງທ່ຽວທໍາມະຊາດເປັນຕົ້ນ: ຕາດສະແລນ, ຕາດສະໂຄຍດັ່ງໃນຄໍາ ຂວັນທີ່ວ່າ: “ເຊໂປນແດນວິລະຊົນ ທີ່ກ່າວຂານດັງກັງວານສະໝໍລະພູມເຈັດໝື່ນເກົ້າແຫຼ່ງທ່ອງທ່ຽວຕາດສະແລນແດນລືນາມງາມນໍ້າຕົກທໍາມະຊາດຕາດສະໂຄຍ ”
ຕາດທີ່ວ່ານີ້ ຕັ້ງຢູ່ຫ່າງຈາກ ສາຍທາງເລກທີ 9 ພຽງແຕ່ 5 ກິໂລແມັດ ເສັ້ນທາງໄປສະດວກສະບາຍ, ເປັນນໍ້າຕົກຕາດຂະໜາດໃຫຍ່ຖ້າທຽບໃສ່ນໍ້າຕົກທີ່ນອນຢູ່ໃນສາຍນໍ້າເຊບັ້ງຫຽງທາງຕອນເໜືອຂອງເມືອເຊໂປນ, ຕົວຕາດມີໂງ່ນຫີນນ້ອຍໃຫຍ່ຢັງຢາຍກັນກໍ່ເກີດຄວາມສວຍງາມທາງທໍາມະຊາດດັ່ງອາເມຊິງເມືອງລາວ, ສະເໜທີ່ແທ້ຈິງຂອງຕາດສະໂຄຍນັ້ນບໍ່ແມ່ນຮູບລັກ, ແຕ່ແມ່ນສາຍນໍ້າທີ່ໃສແບບສີຍົກ ແລະສະພາບບັນຍາກາດທີ່ອ້ອມຮອບດ້ວຍປ່າໄມ້ເຮັດໃຫ້ອາກາດເຢັນສົດ ຊື່ນເໝາະແກ່ການພັກຜ່ອນຢ່ອນອາລົມຈາກໂລກປະຈຸບັນອັນແສນວຸ້ນວາຍ, ນີ້ຄືທີ່ໜ້າສໍາຜັດເຖິງຄວາມຊຸ່ມເຢັນທີ່ແທ້ຈິງ.

ນອກນີ້ ຍັງມີຈຸດໂດດລົງໄປສໍາຜັດກັບສາຍນໍ້າໃສໆທີ່ກໍາລັງໄຫຼ ຢ່າງແຮງໄວ້ຄອຍຕ້ອນຮັບ ໂດຍສະເພາະຜູ້ທີ່ມັກຄວາມທ້າທາຍ ຊຶ່ງຖືເປັນກິດຈະກໍາຍອດນິຍົມ ຂອງຜູ້ທີ່ມາທ່ຽວຕາດສະໂຄຍ (ໝາຍເຫດນັກລອຍນໍ້າມືໃໝ່ບໍ່ຄວນໂດດລົງເພາະນໍ້າໄຫຼແຮງ), ເອົາເປັນວ່າບັນດານັກທ່ອງທ່ຽວ ທ່ານໃດຫາກກຳລັງຄິດຫາສະຖານທີ່ສໍາລັບການພັກຜ່ອນຢ່ອນອາລົມໃຫ້ຄິດເຖິງປາຍທາງເລກ 9 ບ່ອນ ທີ່ມີອາກາດຊຸມເຢັນຈົນເກືອບໜາວຕາດສະໂຄຍໜ້າຈະແມ່ນຄໍາຕອບທີ່ທ່ານຄວນໄປໃນຕອນນີ້.


ທໍາມະຊາດດົງພູວຽງ
ປ່າສະຫງວນແຫ່ງຊາດດົງພູວຽງ, ເມືອງພິນ, ໄລຍະຫ່າງຈາກຕົວເມືອງ ປະມານ 21 ກິໂລແມັດ, ແມ່ນປ່າສະ ຫງວນໜຶ່ງທີ່ເຕັ້ມໄປດ້ວຍຊັບພະຍາກອນທາງທໍາມະຊາດ ເຊັ່ນ: ປ່າໄມ້, ສັດປ່າ ແລະ ຊີວະນາໆພັນ. ປ່າແຫ່ງນີ້ ມີເນື້ອທີ່ທັງໜົດ 197.000 ເຮັກຕາ. ປະຈຸບັນນີ້ ຂະແໜງທອງທ່ຽວໄດ້ມີການພັດທະນາການທ່ອງທ່ຽວທໍາມະຊາດແບບປະຊາຊົມມີສ່ວນຮ່ວມ ແລະ ໄດ້ສ້າງກິດຈະກໍາທີ່ຫຼາກຫຼາຍເພື່ອເປັນການດຶງດູດນັກທ່ອງທ່ຽວທີ່ຮັກທໍາມະຊາດ, ບັນດາກິດຈະກໍາຕ່າງໆປະກອບມີ: ຍ່າງປ່າ, ຮຽນຮູ້ ແລະ ສຶກສາຊີວະນາໆພັນ, ເບິ່ງສັດປ່າ, ລ່ອງເຮືອເບິ່ງທໍາມະຊາດຕາມສາຍເຊບັ້ງຫຽງ ແລະ ຮຽນຮູ້ວິທີການດໍາລົງຊີວິດຂອງປະຊາຊົນທີ່ມີການຕິດພັນກັບປ່າ.


ແກ້ງສາມມັດແຕກ
ແມ່ນແກ້ງທີ່ນອນໃນເຂດປ່າສະຫງວນດົງພູວຽງ, ເມືອງພິນ, ຫ່າງຈາກຕົວເມືອງໄປ ປະມານ 30 ກິໂລແມັດ. ແມ່ນແກ້ງໜຶ່ງທີ່ມີຄວາມງາມທາງທໍາມະຊາດ ເຕັມໄປດ້ວຍສາຍນໍ້າໃສເຢັນ ແລະ ມີປະຫວັດຄວາມເປັນມາອັນຍາວນານ
  ໃນສະໄໜກ່ອນ ເຈົ້າພະຍາຫົວເມືອງຕ່າງໆແຫ່ງອານາຈັກລາວສີໂຄດຕາບູນ ໄດ້ເຕົ້າໂຮມຄວາມສາມັກຄີໄພ່ຟ້າລາດສະດອນນໍາເອົາວັດຖຸສິ່ງຂອງເງິນ ຄໍາ ເພື່ອໄປສ້າງພະທາດພະນົມ, ໃນການຂົນເຄື່ອງຂອງເງິນຄໍາ ແມ່ນພວກເຂົາເຈົ້າໄດ້ຕັດເອົາໄມ້ໄຜ່ຫຼາຍໆລໍາມາມັດເຂົ້າກັນເປັນແພ ແລະ ນໍາເຄື່ອງຂອງໃສ່ເທິງແພ ແລະ ລ່ອງໄປຕາມລໍາເຊບັ້ງຫຽງ, ເຊລະນອງ, ເຊໂປນ ເມື່ອແພທັງສາມໄດ້ລ່ອງມາພ້ອມກັນ ພໍເມື່ອມາຮອດແກ້ງແຫ່ງນີ້ ແພທັງສາມໄດ້ຖືກພັດດ້ວຍແຮງຂອງນໍ້າໄປຕໍາໃສ່ໂງ່ນຫີນ ແລະ ເຮັດໃຫ້ແພແຕກອອກ ແລະ ຫຼົ່ມລົງກາງນໍ້າ ເຮັດໃຫ້ວັດຖຸເງິນຄໍາ ແລະ ຄົນທີ່ມາກັບແພຈໍານວນໜຶ່ງຈົມລົງພື້ນນໍ້າ ແລະ ຫາຍສາບສູນໄປ. ສໍາລັບເງິນຄໍາທີ່ເຫຼືອ ແມ່ນໄດ້ນໍາເອົາໄປຝັງດິນໄວ້. ດັ່ງນັ້ນ ຈຶ່ງຮ້ອງແກ້ງນີ້ວ່າ: ແກ້ງສາມມັດແຕກ (ສາມມັດ ແມ່ນໝາຍເຖິງ: ແພສາມມັດ, ແຕກ ໝາຍເຖິງ: ແພແຕກອອກຈາກກັນ).


ไม่มีความคิดเห็น:

แสดงความคิดเห็น