อโกด้า (Agoda) คือเว็บไซต์จองโรงแรมที่ใหญ่ที่สุดในโลกโดยมีโรงแรม 1,391,079 แห่ง มากกว่า 15 ล้านรีวิว

วันอังคารที่ 27 มีนาคม พ.ศ. 2561

พระธาตุโพ่น ທາດໂພ່ນ


ທາດໂພ່ນ ແມ່ນທາດໜຶ່ງ ທີ່ມີຄວາມສັກສິດ ແລະ ເປັນທີ່ເພິ່ງ ທາງສາດສະໜາ ເຊິ່ງຕັ້ງຢູ່ ບ້ານທາດໂພ່ນ, ເມືອງໄຊພູທອງ ແລະ ມີຕໍານານ ຈາກການເລົ່າຂານກັນມາ; ກາລະຄັ້ງໜຶ່ງ ມີພະພຸດທະເຈົ້າ ໄດ້ສະເດັດມາ ຈາກເມືອງລ້ານໍ້າພະອົງ ນັ້ນຊື່ວ່າ: ເວສາລີ; ໄດ້ມາສະແດງ ທໍາໂພດສັດ ຢູ່ທີ່ໂພນຊ້າງສານ ເຖິງ 7 ຄືນ, ມີເທວະດາ, ມະນຸດ, ອະມະນຸດ ຟັງເທດສະໜາ ເປັນຈໍານວນຫຼວງຫລາຍ. ເມື່ອເຖິງ 7 ວັນແລ້ວ ພະອົງ ກໍ່ຢາກທວານໜັກ ພໍພະອົງນຶກພຽງເທົ່ານັ້ນ ກໍ່ມີພະຍານາກ ທີ່ຢູ່ໃນຖໍ້າ ຂຶ້ນມາເນລະມິດ ສ້າງເວຈາກິດຕິ (ທາດ) ໃຫ້ພະອົງ ແລ້ວພະອົງ ກໍ່ສົ່ງທວານໜັກທີ່ນັ້ນ ເພື່ອເປັນການ ກາບໄຫວບູຊາ ໃນພາຍພາກໜ້າ, ເມື່ອສໍາເລັດພຸດທະກິດແລ້ວ ກໍສະເດັດຈາກໄປ. ສະນັ້ນ ຈຶ່ງເອີ້ນ ພະທາດລູກ ນີ້ວ່າ: “ທາດໂພ່ນ” ຕໍ່ມາຫລາຍປີຈົນຮອດ ສະໄໜລ້ານຊ້າງຊຽງທອງ ສະເຫວີຍລາດສະສົມບັດ ແມ່ນສົມເດັດພະເຈົ້າ ພຸດທະວົງສາ ໄດ້ມີສັດທາ ພ້ອມໄພ່ຟ້າຂ້າແຜນດິນກໍ່ໄດ້ສ້າງ ພະທາດໂພ່ນລູກນີ້ຂຶ້ນ ເພື່ອໄວ້ເປັນທີ່ບູຊາ, ພະທາດໂພ່ນນີ້ ໄດ້ມີລູກທາດ ອ້ອມຢູ່ຖານລຸ່ມ ມີ 7 ລູກ, ສ້າງເມື່ອເດືອນ 12 ວັນພຸດ ພສ 235 ຕໍ່ມາສະໄໜພະຍາຊຽງດົງ-ຊຽງທອງ, ໄດ້ຖະຫວາຍດິນເປັນທານ ເພື່ອເປັນເຂດແດນ ຂອງພະທາດໂພ່ນ ແລ້ວໄດ້ຢາດນໍ້າໝາຍທານຕັ້ງອະທິຖານໄວ້ວ່າ: ຖ້າຜູ້ໃດຕັ້ງຖິ່ນຖານ ສ້າງເຮືອນ, ສ້າງໄຮ ທໍານາໃນຂອບເຂດດິນ ຂອງພະທາດນີ້ຕ້ອງໄດ້ຮັກສາ ປະຕິບັດເຄົາລົບໄຫວ້ ຕາມລະດູການ ບໍ່ໃຫ້ຂາດທຸກປີ





location
ທີ່ຕັ້ງ: ບ້ານທາດໂພ່ນ, ເມືອງໄຊພູທອງ ໄລຍະຫ່າງຈາກຕົວເມືອງ: ປະມານ 8 ກິໂລແມັດ ການເຂົ້າເຖິງແຫລ່ງ: ສະດວກພາກສ່ວນຄຸ້ມຄອງ: ຫ້ອງການ ຖວທ ເມືອງຈັດລະດັບແຫລ່ງທ່ອງທ່ຽວ: ຂັ້ນເມືອງ ສິ່ງອໍານວຍຄວາມສະດວກ: ເສັ້ນທາງ, ຮ້ານກິນດື່ມຂະໜາດນ້ອຍ, ຫ້ອງນໍ້າ

CR: ແຫລ່ງ: ອົງການພັດທະນາການທ່ອງທ່ຽວ


ไม่มีความคิดเห็น:

แสดงความคิดเห็น