อโกด้า (Agoda) คือเว็บไซต์จองโรงแรมที่ใหญ่ที่สุดในโลกโดยมีโรงแรม 1,391,079 แห่ง มากกว่า 15 ล้านรีวิว

วันจันทร์ที่ 2 เมษายน พ.ศ. 2561

ປະຫວັດໂດຍຫຍໍ້ພຣະທາດນາງລາວ พระทาดนางลาวPhathadnanglao

 ປະຫວັດໂດຍຫຍໍ້ ພຣະທາດນາງລາວ พระทาดนางลาว Phathadnanglao


"ເມືອງວັງ-ອ່າງຄໍາ" ຢູ່ໃນຕົ້ນຣາຊະການຂອງເຈົ້າອະນຸວົງ ມະຫາຣາດ ລະຫວ່າງປີ ຄ.ສ 1805 ເມືອງແສນ, ເມືອງຈັນ ພ້ອມດ້ວຍເສນາມົນຕີ ໄດ້ຕົກລົງກັນແຕ່ງຄະນະຜູ້ແທນນໍາຂັນຫ້າ-ຂັນແປດ ຂຶ້ນໄປນະຄອນຫລວງວຽງຈັນ ເພື່ອກາບບັງຄົມທູນຂໍເຊື້ອພະວົງອົງໃດອົງຫນຶ່ງລົງໄປຊ່ວຍປົກຄອງ ບ້ານເມືອງ ຕາມຣາຊະປະເພນີ. ເມື່ອຊົງຊາບດັ່ງນັ້ນແລ້ວ, ເຈົ້າອະນຸວົງ ມະຫາຣາດ ກໍໄດ້ມີພະ ກະແສຕັດສັ່ງ ໃຫ້ນາງຄໍາເພົາ ຄົນເຊື້ອສາຍຫຼວງພະບາງ ແລະ ເປັນນາງສະຫນົມຜູ້ທີຫົກ ເຊິ່ງເວລາ ນັ້ນນາງກໍາລັງທົງພະຄັນຢູ່ ໃຫ້ລົງໄປເມືອງວັງ-ອ່າງຄໍາຊົ່ວຄາວ ລໍໃຫ້ລູກເກີດມາແລ້ວຈື່ງຂຶ້ນສືບຕໍ່ ປົກຄອງເມືອງແທນ. ກ່ອນພະນາງຄໍາເພົາ ອອກເດີນທາງ,ເຈົ້າອະນຸວົງ ໄດ້ຊົງພະຣາຊະທານຊ້າງງານູນກ້ຽວກອດໂຕຫນຶ່ງ ພ້ອມດ້ວຍແຢ່ງຄໍາ-ແຢ່ງເງິນ, ຂັ້ນໄດຄໍາ-ຂັ້ນໄດເງິນ ແນວລະຢ່າງ, ດາບພະຂັນໄຊຫນຶ່ງດວງ ຕະຫຼອດເຄື່ອງຄໍ້າຂອງຄູນອີກ; ເມື່ອເດີນທາງລົງຮອດບໍລິເວນບ້ານນາທົ່ງຕຸ່ນ ( ເຂດ ບ້ານນາເຕີ້ ປັດຈຸບັນ ) ຕັ້ງຢູ່ແຄມຝັ່ງເຊນ້ອຍໃກ້ໆກັບຜາບຸນກໍໄດ້ຢຸດພັກເຊົາ, ເພື່ອໃຫ້ຊ້າງຫາກີນນໍ້,ກິນຫຍ້າ ອ້ອຍຫນູ ແລະ ກໍເລົາ, ເມື່ອຊ້າງເດີນທາງມາເປັນໄລຍະຍາວໄກ ໄດ້ກິນພືດພັນທັນຍາຫານທີ່ອຸດົມ ສົມບູນ ທີ່ມີຫຼາກຫຼາຍຊະນິດ ຊ້າງຈຶ່ງບໍ່ຢາກເດີນທາງຕໍ່, ນາງຄໍາເພົາຈຶ່ງຕົກລົງຕັ້ງສໍານັກຢູ່ນາທົ່ງຕູນ ໃນເວລາຕໍ່ມາ ນາງຄໍາເພົາກໍໄດ້ປະສູດລູກເປັນຊາຍສົມທີ່ປາຖະຫນາ ຊື່ວ່າ: " ເຈົ້າຫູນ ".

ເມື່ອເຈົ້າຫຼິ້ນ ໂອຣົດຂອງນາງຄໍາເພົາ(ນາງລາວ) ໃຫຍ່ມາແລ້ວກໍໄດ້ຖືກເຊີນຂຶ້ນເປັນເຈົ້ານັ່ງເມືອງ ໂດຍໄດ້ປ່ຽນຊື່ວ່າ: " ເຈົ້າຫານ ຫຼື ເຈົ້າວັງນ້ອຍ" ເຈົ້າຫານມີໂອຣົດສອງຄັນຄື: ເຈົ້າແກ້ວ,ເຈົ້າກ່າ. ເຈົ້າແກ້ວມີໂອຣົດຫນຶ່ງຄົນຊື່ ເຈົ້າກໍ່າ, ເຊິ່ງເປັນຄົນມັກຊອກຮຽນວິຊາອາຄົມແບບຍິງບໍ່ແຕກ ແທງບໍ່ ເຂົ້າ,ເພິ່ນມີລູກສາມຄົນຄື: ເຈົ້າງ, ເຈົ້າຍັກ ແລະເຈົ້າຄວັນ,ເຈົ້າຍັກເປັນຜູ້ຂຶ້ນສືບເມືອງແທນພໍ່, ເພິ່ນ ມີເມຍ7ຄົນ, ເມຍຜູ້ທີ4ຊື່ເຈົ້າເຕັ່ງ, ມີລູກເກົ້າຄົນ, ໃນນັ້ນລູກຜູ້ທີຫົກຊື່ວ່າ : ເຈົ້າຫນໍ່ຄໍາ (ຈານ ຄໍາ) ແລະເປັນຄົນຮຸ່ນທີເຈັດ ນັບຈາກນາງຄໍາເພົາ, ນາງສະຫນົມຜູ້ທີຫົກຂອງສົມເດັດເຈົ້າອານຸວົງ ມະຫາຣາດ ວິຣະກະສັດອົງສຸດທ້າຍຂອງອານາຈັກວຽງຈັນ.ຈານຫນໍ່ຄໍາ ຕັ້ງບ້ານເຮືອນຢູ່ບ້ານນາບໍ່ ເມືອງເຊໂປນ, ເພິ່ນແມ່ນຜູ້ສືບສາຍເລືອດເນື້ອເຊື້ອໃຂຈາກສົມເດັດເຈົ້າອານຸວົງແທ້.

ນາງຄໍາເພົາ ນັ້ນ ຊາວຜູ້ໄທເອີ້ນວ່າ: "ນາງລາວ" ຍ້ອນວ່າເພິ່ນບໍ່ແມ່

ນເຊື້ອສາຍເຜົ່າຜູ້ໄທ ໃນເວລາຄອງເມືອງຊົ່ວຄາວ ເພິ່ນກໍເລີ່ມຈັດລະບຽບການບໍລິຫານບ້ານເມືອງ,ກ່ອນອື່ນເພິ່ນໄດ້ເວົ້າ ເຖິງການຕັ້ງເມືອງໃຫ້ຖາວອນ ແລະ ກໍານົດ ຈຸດທີ່ຕັ້ງເຂດນໍ້າແດນດິນໃຫ້ຄັກແນ່; ໃນເບື້ອງຕົ້ນໄດ້

ຝັ່ງຫຼັກເມືອງ, ເຊິ່ງສັນນິຖານວ່າ: ຄົງຈະແມ່ນຕໍ່ຫນ້າຜາບຸນ ເຂດບ້ານນາເຕີ້ ປັດຈຸບັນ, ໂດຍເອົາໄມ້ ເນື້ອແຂງມາຝັງໄວ້ຊົ່ວຄາວ. ຈາກນັ້ນ ກໍໄດ້ຈັດພິທີໄຫວ້ວອນ ອົງເທພາອາຮັກ, ເຈົ້າຖິ່ນ, ເຈົ້າຖານ ໃຫ້ນໍາພາຊ້າງງານິນກ້ຽວກອດ ໄປຕາມຈຸດຕ່າງໆ ທີ່ຈະເປັນເຂດແດນຂອງບ້ານເມືອງ ຕໍ່ໄປພາຍ

ຫນ້າ ເມື່ອເຮັດພິທີກໍາບວງສວງອະທິຖານແລ້ວ ກໍໄດ້ນໍາຂັນຂຶ້ນຫົວຊ້າງພ້ອມດ້ວຍນາງລາວ(ນາງຄໍາ ເພົາ) ຂຶ້ນນັ່ງບົນແຢ່ງຊ້າງ ເພື່ອອອກເດີນທາງໃນເດືອນສາມອອກໃຫມ່ສາມຄ່ໍາ,ແນໃສ່ທິດບົວລະພາ ຮອດບ້ານນ້ໍາເລິກ(ບ້ານເມືອງຫຼວງ), ແລ້ວໂຄ້ງໄປໃສ່ບ້ານຫ້ວຍຫອງ, ບ້ານທົ່ງຫຼວງ-ບົວລະພາ ລັດລົງໄປຫາເຊບັ້ງໄຟ ລຽບໄປທາງເມືອງມະຫາໄຊ ລັດໃສ່ຕາດຮ່ອງເຫມືອງຄະນິດ-ຄອນຊານ ຫຼື ເວີນສອງ-ເວີນສີ້ວ(ເວີນສ໌-ເວີນຊີວ) ຂອງເຊນ້ອຍ, ເຊິ່ງເປັນບ່ອນສັກສິດ ແລະເປັນເຂດແດນ ລະຫວ່າງເມືອງໄຊບົວທອງ ແຂວງຄໍາມ່ວນ ກັບ ເມືອງອາດສະພອນແຂວງສະຫວັນນະເຂດ ໃນ ປັດຈຸບັນ. ຈາກນັ້ນກໍຂວ້າມເຊນ້ອຍ ລັດໃສ່ພູຊ້າງແຫ່, ຂວ້າມສັນພູ ແລ້ວລຽບຕາມຕີນພູ ເບື້ອງ ຕາເວັນຕົກຮອດທົ່ງນາຂາມເປ້ຍ, ເພິ່ນເອີ້ນຊື່ນີ້ຍ້ອນວ່າ:ເມື່ອຊ້າງງານິນກ້ຽວກອດ ຍ່າງໄປກໍານົດ ເຂດເມືອງວັງນັ້ນ ບັງເອີນໄປຢຽບກົກຂາມຢູ່ທົ່ງນາຈົນເປ້ຍລົ້ມ (ກົກຂາມເປ້ຍ ຫຼື ນາຂາມເບ້ຍ ແມ່ນຢູ່ບ້ານເຫລົ່າ ແລະ ບ້ານນາປອດ ເຂດເມືອງອາດສະພອນ) ແລ້ວລັດໃສ່ພູຊ້າງແຫ່ອີກ ຈົນ ຮອດບໍລິເວນ"ດານຫີນຫຼັກເມືອງ" ນະທີ່ນີ້ຂະບວນດັ່ງກ່າວ ໄດ້ສັງເກດເຫັນວ່າ: ມີຫີນຊາຍທີ່ ສາມາດຄວັດ, ແກະສະຫຼັກ ແລະເຫຼົ່າໃຫ້ເປັນຮູບຕ່າງໆໄດ້, ເມື່ອກັບຈາກການສໍາຫຼວດຈື່ງໄດ້ສົ່ງ ນາຍຊ່າງວິຈິດຕະກອນ ແລະປະຕິມະກອນ ຂຶ້ນໄປທໍາການຕົບແຕ່ງເຮັດເປັນຫີນຫຼັກເມືອງ ແຕ່ບໍ່ ຮູ້ວ່າດ້ວຍ ເຫດໃດ ຈຶ່ງບໍ່ໄດ້ນໍາເອົາຫີນດັ່ງກ່າວລົງມາຕິດຕັ້ງ, ເວລານີ້ກໍຍັງຄ້າງຢູ່ເທິງພູຊ້າງແຫ່ ຈິ່ງ ໄດ້ໃສ່ຊື່ວ່າ: "ດານຫີນຫຼັກເມືອງ" ມາຈົນເທົ່າທຸກວັນນີ້. ສ່ວນຊ້າງກໍຍ່າງຫັກມູມ, ໂດຍຫັນຫນ້າ ໄປຕາມລວງຍາວຂອງພູຊ້າງແຫ່,ກາຍພະບາດດານມົນ-ຜາດ່າງ ຕັດລົງບໍລິເວນບ້ານນາທູ້, ນາກະພຸງ ( ແດນເມືອງວິລະບູລີ, ເມືອງພີນ ). ແລ້ວຂະບວນກໍເລັ່ງໃສ່ເຂດດິນຊາຍໄຫຼແລ້ງ - ແກ້ງໄຫຼເລີຍ

ຈົນຮອດຊາຍແດນລາວ-ຫວຽດ ແລ້ວກໍອວ່າຍກັບຄືນ; ເປັນອັນວ່າສໍາເລັດການສໍາຫຼວດ ແລະ ກໍານົດຫມາຍເຂດເມືອງວັງ - ອ່າງຄໍາ.ເພື່ອລະນຶກເຖິງຈຸດສໍາຄັນທີ່ສັກສິດຢູ່ໃນເຂດເມືອງນັ້ນ, ເວລາ ລ້ຽງຜີບ້ານ ຜີເມືອງ ເຈົ້າກວານຈ້ໍາກໍໄດ້ຮ້ອງວ່າ: " ສາທຸສາທຸ ເຈົ້າຜູ້ຂ້າເຈົ້າທາດາ ເຈົ້າຜາບຸນ ຖ້ໍາປ່ອງ ຫນອງນ້ອຍ ຫນອງຫຼວງ

ສວນຫັກ ຜັກເງືອກ ຫີນສາມເສົ້າ ນ້ໍາເຕົ້າແຄວ ຫີນຮູບມ້າ ຟ້າໂຮງຄໍາ... " ນາງລາວ (ນາງຄໍາເພົາ) ໄດ້ນໍາພາບໍລິຫານບ້ານເມືອງດ້ວຍຄວາມປິກກຸ່ມຊຸ່ມເຢັນ, ແຕ່ກໍຫນ້າເສົ້າ ໃຈ,ດ້ວຍຄວາມແກ່ຊະລາຂອງຊ້າງມິ່ງເມືອງ ງານິນກ້ຽວກອດ ຈິ່ງປ່ວຍໂຊ, ສຸດທ້າຍລົ້ມຂາດ ໃຈຕາຍ. ນາງລາວ ພ້ອມຊາວບ້ານ,ຊາວເມືອງ ພ້ອມກັນຂຸດຂຸມຝັງຊ້າງ ພ້ອມງາກ້ຽວງາກອດ,ແຢ່ງ ເງິນ-ແຢ່ງຄໍາ, ຂັ້ນໄດເງິນ-ຂັ້ນໄດຄໍາ ໄວ້ບ່ອນຫນຶ່ງ, ເມື່ອຝັງແລ້ວກໍມີການກໍ່ທາດກວມ, ຊາວບ້ານ

ພາກັນເອີ້ນວ່າ: "ທາດນາງລາວ" ແທນທີ່ຈະເອີ້ນວ່າ: "ທາດຊ້າງນາງລາວ" ຫລືອາດຈະແມ່ນຍ້ອນ ວ່າເປັນຄວາມນັບຖືນາງລາວ ທີ່ເປັນຜູ້ນໍາພາສ້າງທາດນັ້ນກໍ່ເປັນໄດ້, ປະຊາຊົນໃນທ້ອງຖິ່ນໄດ້ພ້ອມ ກັນຖືເອົາເດືອນສາມເພັງ (ວັນຊ້າງຕາຍ) ເປັນມື້ເຮັດບຸນສະຫຼອງທາດນາງລາວທຸກໆປີຕະຫຼອດມາ.

ສ່ວນຫົວຊ້າງນັ້ນໄດ້ເອົາໄປຝັງໄວ້ບ່ອນອື່ນ ເຊິ່ງຫ່າງຈາກພະທາດປະມານ 800ແມັດ (ໃນເວ ລານີ້ເອີ້ນວ່າ: ຫນອງຫົວຊ້າງ) ເມື່ອນາງລາວສິ້ນພະຊົນ, ທາດດູກຂອງເພິ່ນໄດ້ສ້າງໄວ້ ຢູ່ຫ່າງອອກ ໄປທາງທິດຕາເວັນອອກ ປະມານ20-25 ກມ ເພິ່ນເອີ້ນວ່າ : ຍຸບນາງລາວ (ຫລື ເລົ່າໄຮ່ເກົ່າຂອງ ນາງລາວ).

ທາດຊ້າງນາງລາວ ຫລື ເພິ່ນເອີ້ນວ່າ : ພຣະທາດນາງລາວ ໃນປະຈຸບັນນີ້ ແມ່ນທາດລູກດຽວ ໃນພາກກາງຂອງລາວ ທີ່ມີສິລະປະ ຄືສະຖາປັດຕະຍະກໍາແບບທາງເຫນືອເຊິ່ງຄ້າຍຄື ທາດລູກຫນຶ່ງ ຢູ່ວັດຄີລີ ທີ່ເມືອງຫຼວງພະບາງ.ສັນນິຖານວ່າ: ໃນເວລາກໍ່ສ້າງທາດນີ້ ນາງລາວ ໄດ້ຂໍໃຫ້ຊ່າງຫຼວງ ພະບາງ ລົງມາສ້າງ ເນື່ອງດ້ວຍວ່າ ເພິ່ນເອງກໍເປັນຄົນຫຼວງພະບາງໂດຍກໍາເນີດ

(ຂໍ້ມູນນີ້ຄັດຈາກປື້ມປະຫວັດສາດແຂວງສະຫວັນນະເຂດ ກ່ອນປີ ຄສ 1900 ) ພຣະທາດນາງລາວ ຕັ້ງຢູ່ໃນເຂດບ້ານທາດ ແລະ ບ້ານນາເຕີ້ ຈຸດສຸມເມືອງວັງ ຫ່າງໄກຈາກ ເທສະບານເມືອງວິລະບູລີ ໄປທາງທິດຕາເວັນຕົກ 35 ກວ່າກິໂລແມັດ ແລະ ຫ່າງຈາກເທສະບານ ແຂວງສະຫວັນນະເຂດໄປທາງທິດຕາເວັນອອກປະມານ 180 ກວ່າກິໂລແມັດຕາມເສັ້ນທາງເລກທີ 10 ສະຫວັນນະເຂດ-ເຊໂນ-ໂພນເດື່ອ-ອາສະພອນ-ຈຸດສຸມເມືອງວັງ . ຖ້າໄປທາງເສັ້ນທາງເລກ ທີ 9 ຜ່ານນາບໍ່ -ເຊໂປນຜ່ານເສັ້ນທາງເລກທີ 28 – ຜ່ານຕົວເມືອງວິລະບູລີ ເຖິງພຣະທາດນາງ ລາວ ແມ່ນມີໄລຍະທາງປະມານ 280 ກິໂລແມັດ, ມາຮອດວັນທີ 07 ສິງຫາ 2017 ພຣະ ທາດນາງລາວໄດ້ຖືກຮັບຮອງເປັນມໍລະດົກວັດທະນະທໍາລະດັບທ້ອງຖິ່ນຕາມຂໍ້ຕົກລົງເລກທີ 1261 / ຈຂ.ສຂ ແລະ ກໍາລັງສະເຫນີເປັນມໍລະດົກແຫ່ງຊາດ.

ຍ້ອນເຫັນຄວາມສໍາຄັນຕໍ່ມໍລະດົກອັນລ້ໍາຄ່າທາງດ້ານວັດທະນະທໍາແລະປະຫວັດສາດ ນີ້ ກະຊວງ ຖວທ ໄດ້ຮ່ວມກັບທ້ອງຖິ່ນດໍາເນີນການສໍາຫລວດຂຶ້ນທະບຽນໃນຊຸມປີ 2015 ຕໍ່ 2016 ມາຮອດວັນທີ 07 ສິງຫາ2017 ພຣະທາດນາງລາວໄດ້ຖືກຮັບຮອງເປັນມໍລະດົກວັດທະ ນະທໍາລະດັບທ້ອງຖິ່ນຕາມຂໍ້ຕົກລົງເລກທີ 1261 / ຈຂ.ສຂ ແລະ ກໍາລັງສະເຫນີເປັນມໍລະດົກ ແຫ່ງຊາດຕາມລໍາດັບ.

ເພື່ອເປັນການອະນຸລັກຮັກສາສິລະປະ, ຮູບຊົງ, ຊັດສ່ວນ ຕະຫລອດຮອດຄຸນຄ່າມໍລະ ດົກວັດທະນະທໍາດັ່ງກ່າວຂອງທາດມິ່ງບ້ານມິ່ງເມືອງ ໂດຍສະເພາະຂອງເຜົ່າຜູ້ໄທທັງສອງຝັ່ງຂອງ ໃຫ້ຄົງຢູ່ຮອດເຊັ່ນລູກເຊັ່ນຫລານສືບຕໍ່ໄປ,ແຂວງສະຫວັນນະເຂດ ພວກເຮົາໄດ້ນໍາສະເຫນີ ແລະໄດ້ ຮັບການເຫັນດີຈາກກະຊວງ ຖວທ ໃນການກະກຽມບູລະນະປະຕິສັງ ຂອນ ພຣະທາດນາງລາວ



ແຫ່ງນີ້ ເຊິ່ງຈະປະກອບມີຫລາຍຫນ້າວຽກເຊັ່ນ : ການສ້ອມແຊມ ຈູດຊໍາລຸດຊຸດໂຊມຂອງອົງພຣະ ທາດຄືນໃຫມ່ດ້ວຍວັດສະດຸພື້ນບ້ານເຊັ່ນ : ດິນຈີ່ຂະຫນາດ 16 X32 X07 ຊັງຕີແມັດ ແລະນໍາໃຊ້ ວັດຖຸປະກອບດ້ວຍນ້ໍາມັນຍາງ,ຢາງບົງ,ນ້ໍາອ້ອຍ,ນ້ໍາກາວຫນັງຄວາຍ,ປູນຂາວ,ຫມາກຂາມສູກປຽກ ແຮ່ຊາຍຫ້ວຍຮ່ອງ ແລະອື່ນໆຕາມສູດປູນປະທາຍບູຮານ ດ້ວຍສີມືສະກຸນຊ່າງລ້ານຊ້າງສືບທອດ ໂດຍຊາວບ້ານທ້ອງຖິ່ນເຮົາເອງ ພາຍໃຕ້ການຊີ້ນໍາແລະນໍາພາດ້ານວິຊາການຈາກກົມມໍລະດົກ, ຈຸດ ໃດທີ່ຍັງແຫນ້ນຫນາກໍ່ຈະຮັກສາໄວ້ເພື່ອເຫັນເປັນຫລັກຖານທາງສະຖາປັດຕາມແບບສະບັບດັ້ງເດີມ, ນອກນີ້ກໍ່ຈະໄດ້ມີການປັບພູມີທັດບໍລິເວນອ້ອມຮອບອົງພຣະທາດໃຫ້ກົມກືນກັບຍຸກສະໄຫມທີ່

ສ້າງພຣະທາດລວມມູນຄ່າໄລຍະຕົ້ນປະມານ 3 ຕື້ກວ່າກີບ,ໃນຕໍ່ຫນ້າ ຍັງຈະໄດ້ປັບປຸງເສັ້ນທາງ ເຊື່ອມຕໍ່ດ້ວຍການປູຢາງຈາກເສັ້ນທາງເລກທີ 10ຜ່ານຈຸດສຸມເມືອງວັງ ເຖິງພຣະທາດມີໄລຍະທາງ ປະມານ 12 ກິໂລແມັດ,ເພື່ອເຮັດໃຫ້ສາມາດເຂົ້າເຖິງແຫລ່ງທ່ອງທ່ຽວໃນເຂດນີ້ໄດ້ຢ່າງສະດວກ ສະບາຍ .

ດັ່ງນັ້ນ,ຈິ່ງເປັນກຽດຂໍການມີສ່ວນຮ່ວມທາງດ້ານວັດຖຸ,ທຶນຮອນ ແລະປັດໄຈຕ່າງໆຈາກ ບັນດາທ່ານຜູ້ທີ່ມີນ້ໍາໃຈແຜ່ຜາຍຢາຍກວ້າງຈາກພາຍໃນ ແລະຕ່າງປະເທດ ຮ່ວມເປັນເຈົ້າພາບເຈົ້າ ສັດທາໃນການບູລະນະປະຕິສັງຂອນຄັ້ງໃຫຍ່ ແລະ ເປັນປະຫວັດສາດໃນສະໄຫມປະຖົມມະລຶກ ເທື່ອນີ້ນໍາພວກເຮົາດ້ວຍ.

pnlpratadnanglao.pdf

ຂໍຂອບໃຈ !
Clip vdo
BY:
Una Studio - ຢູ່ນາສະຕູດິໂອ

ไม่มีความคิดเห็น:

แสดงความคิดเห็น