ວັດແສນ
ວັດແສນ ເປັນອີກວັດໜຶ່ງທີ່ເກົ່າແກ່ ແລະ ສວຍງາມ ຕາມແບບສິລະປະກຳລາວ ຕັ້ງຢູ່ທີ່ບ້ານວັດແສນ, ຖະໜົນສັກກະລິນ, ເມືອງຫຼວງພຣະບາງ. ວັດດັ່ງກ່າວຖືກສ້າງຂຶ້ນໃນປີ 1718 ໃນສະໄໝເຈົ້າກິ່ງກິດສະລາດ ແລະ ຕໍ່ມາກໍໄດ້ຮັບການບູລະນະຄືນໃໝ່ ໃນປີ 1932 ແລະ ປີ 1957 ໂດຍໄດ້ມີການປັ້ນປູນຕິດດ້ວຍຄຳທີ່ມີຄວາມສວຍສົດງົດງາມຕາມຮູບແບບຊ່າງສີມືຫຼວງພຣະບາງ.

ไม่มีความคิดเห็น:
แสดงความคิดเห็น