ງານສວນຜູ້ໄທທີຣະ ຈະໄຂປະຕູ້ເລົ້າ ຫຼື ເປີດງານບຸນປີໃໝ່ຜູ້ໄທ
ງານບຸນປະເພນີໄຂປະຕູ້ເລົ້າ ຫຼື ບຸນປີໃໝ່ຜູ້ໄທ ທີ່ສວນຜູ້ໄທທີຣະ ຖະໜົນ 450 ປີ ບ້ານໜອງແປນ ເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດຂຶ້ນເລີ່ມແຕ່ປີ 2018 ເປັນຕົ້ນມາ ສະເພາະປີ 2020 ເປັນປີທີສາມຂອງການຈັດງານບຸນດັ່ງກ່າວ ເຊິ່ງຈະຈັດຂຶ້ນວັນທີ 1 ກຸມພາ 2020
ພາບປະກອບ
ໂດຍເລີ່ມເວລາ 14:00 ໂມງ ເຕົ້າໂຮມຂະບວນແຫ່ຂອງແຕ່ລະພາກສ່ວນ 15:00 ໂມງ ເລີ່ມພິທີແຫ່ບຸນໄຂປະຕູເລົ້າ ແລະ 16:00 ໂມງເປັນຕົ້ນໄປເຂົ້າສູ່ພິທີສູດຂວັນເຂົ້າ ກິນເຂົ້າພາແລງ ແລະ ຊົມການສະແດງສິລະປະດົນຕີຜູ້ໄທຈາກທ້ອງຖິ່ນຕ່າງໆ ນອກນັ້ນ ຍັງມີງານວາງສະແດງສິນຄ້າຫັດຖະກຳ ກະສິກຳພື້ນບ້ານ ຕະຫຼາດນັດ ຮ້ານອາຫານ ກີລາພື້ນບ້ານ ສວນເດັກຫຼິ້ນ ຊົມສວນດອກໄມ້ ທົ່ງນາ ສວນຜັກ ເຮືອນຊົງລາວແບບຜູ້ໄທ ເຄື່ອງໃຊ້ເກົ່າແກ່ແບບບູຮານ ແລະ ອື່ນໆ
ພາບປະກອບ
ສະນັ້ນ ຂໍເຊີນຊວນປະຊາຊົນບັນດາເຜົ່າ ຊາວນະຄອນຫຼວງວຽງຈັນ ນັກທ່ອງທ່ຽວ ແຂກພາຍໃນ ແລະ ຕ່າງປະເທດ ພ້ອມກັນເຂົ້າມາທ່ຽວຊົມງານບຸນດັ່ງກ່າວ ເພື່ອເປັນການສຶກສາຮຽນຮູ້ວັດທະນະທຳ ແລະ ວິຖີການດຳລົງຊີວິດຂອງຊົນເຜົ່າຜູ້ໄທ ໂດຍສະເພາະ ແມ່ນການນຸ່ງຖື ການໃຊ້ພາສາປາກເວົ້າ ແລະ ອື່ນໆ ແນໃສ່ເປັນການອະນຸຮັກຮັກສາ ແລະ ສືບສານວັດທະນະທຳຮີດຄອງປະເພນີອັນດີງາມຂອງເຜົ່າຜູ້ໄທໃຫ້ມີຄວາມຍືນຍົງຕະຫຼອດໄປ.ພາບປະກອບ
ສຳລັບການເຂົ້າຮ່ວມກິດຈະກຳຄັ້ງນີ້ ຜູ້ທີ່ມີບັດເຊີນຈະບໍ່ໄດ້ເສຍຄ່າເຂົ້າຊົມ ສ່ວນຜູ້ທີ່ບໍ່ມີບັດເຊີນຈະໄດ້ເສຍຄ່າເຂົ້າຊົມຜູ້ໜຶ່ງ 10.000 ກີບ
.ພາບປະກອບ
ແຫຼ່ງຂໍ້ມູນ: ວຽງຈັນໃໝ່
สมัครสมาชิก:
ส่งความคิดเห็น (Atom)
-
ສະຖານທີ່ທ່ອງທ່ຽວ ແຂວງສະຫວັນນະເຂດ #2 ສະຫວັນນະເຂດຜືນແຜ່ນດິນຄຳ ພະທາດອີງຮັງສະຖານບູຮານງາມສະຫງ່າ ສັດໂລກໄດໂນເສົາຮ້ອຍລ້ານປີ ປະເພນີວັດ...
-
ທາດໂພ່ນ ແມ່ນທາດໜຶ່ງ ທີ່ມີຄວາມສັກສິດ ແລະ ເປັນທີ່ເພິ່ງ ທາງສາດສະໜາ ເຊິ່ງຕັ້ງຢູ່ ບ້ານທາດໂພ່ນ, ເມືອງໄຊພູທອງ ແລະ ມີຕໍານານ ຈາກການເລົ່າຂານກັນມາ; ກ...
-
ວັດແສນ ວັດແສນ ເປັນອີກວັດໜຶ່ງທີ່ເກົ່າແກ່ ແລະ ສວຍງາມ ຕາມແບບສິລະປະກຳລາວ ຕັ້ງຢູ່ທີ່ບ້ານວັດແສນ, ຖະໜົນສັກກະລິນ, ເມືອງຫຼວງພຣະບາງ. ວັດດັ່ງກ່າວຖືກສ້າ...
ไม่มีความคิดเห็น:
แสดงความคิดเห็น