อโกด้า (Agoda) คือเว็บไซต์จองโรงแรมที่ใหญ่ที่สุดในโลกโดยมีโรงแรม 1,391,079 แห่ง มากกว่า 15 ล้านรีวิว

วันอังคารที่ 27 มีนาคม พ.ศ. 2561

ຂົວອູ່ สะพานแขวน savannakhet

ຂົວອູ່ savannakhet

ຂົວອູ່ ແມ່ນຂົວໜຶ່ງ ທີ່ຍັງຫຼົງເຫຼືອ ຈາກສັດຕູ ທີ່ທໍາລາຍໃນສົງຄາມ, ຕັ້ງຢູ່ ບ້ານດົງໃຫຍ່, ເມືອງເຊໂປນ ຫ່າງຈາກ ເສັ້ນທາງເລກທີ 9 ເຂົ້າໄປ ປະມານ 2 ກິໂລແມັດ, ໄປຕາມເສັ້ນທາງ ເມືອງນອງ. ຂົວອູ່ແຫ່ງນີ້ ສ້າງຂຶ້ນໃນ ປີ 1973 ແລະ ສໍາເລັດໃນ ຕົ້ນປີ 1975 ໂດຍແມ່ນ ທະຫານກອງພົນ ປະເທດຫວຽດນາມ ເປັນຜູ້ສ້າງຂຶ້ນ, ໃນການສ້າງແມ່ນ ໃຊ້ແຮງງານຄົນ ເປັນຕົ້ນຕໍ, ຂົວອູ່ແຫ່ງນີ້ ມີຄວາມຍາວ 165 ແມັດ, ກ້ວາງ 4 ແມັດ, ທາງກາງ ແມ່ນປູດ້ວຍຢາງປູ່ທາງ, ທາງສອງຟາກຂ້າງ ແມ່ນມີທາງຄົນຍ່າງ ເບື້ອງລະ 1 ແມັດ, ປູດ້ວຍໄມ້ແປ້ນ, ຂົວນີ້ບໍ່ມີເສົາກາງ, ມີແຕ່ເສົາຢູ່ ທາງສອງພາກຂ້າງ ແລ້ວມີສາຍເຕີຍໃຫຍ່ ເໜັ່ງຂ້າມ, ຂ້າງລະ 12 ເສັ້ນ ລວມທັງໜົດເປັນ 24 ເສັ້ນ ແລ້ວ ມີເຫຼັກເສັ້ນໃຫຍ່ ຈັບສາຍເຕີຍຢ່ອນລົງເປັນເສົາ ປຽບເໜືອນດັ່ງກັບ ອູ່, ສະນັ້ນ ເຂົາຈຶ່ງເອີ້ນກັນວ່າ “ຂົວອູ່”. ຂົວອູ່ ແຫ່ງນີ້ ແມ່ນສ້າງຢູ່ໃນເສັ້ນທາງ ໂຮ່ຈິມິນ ເພື່ອລົງໄປປົດປ່ອຍພາກໃຕ້ ປະເທດຫວຽດນາມ ໃນປີ 1975. ຫ່າງຈາກສະຫວັນນະເຂດ ປະມານ 224 ກິໂລແມັດ.


ไม่มีความคิดเห็น:

แสดงความคิดเห็น